ລັດຖະບານ​ຈີນ​ເປີດ​ກວ້າງ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ, ​ໃຫ້ການ​ຄ້າ ​ແລະ​ການ​ລົງທຶນ​ຂອງຕ່າງປະ​ເທດ​ມີ​ຄວາມ​ໝັ້ນຄົງ​ຕື່ມ​ອີກ

2020-07-30 17:19:22 |ມາຈາກ: CRI

ວັນ​ທີ 29 ກໍລະກົດ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​​ເປັນ​ປະທານຈັດ​ກອງ​ປະຊຸມ​ປະຈຳ​ຄະນະລັດຖະບານ​ຈີນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ເຊິ່ງ​ໄດ້​ວາງ​ແຜນການ​ເພື່ອ​ເປີດ​ກວ້າງ​ການ​​ເປີດ​ປະຕູ​ສູ່ພາຍ​ນອກ​ຕື່ມ​ອີກ, ​ແລະ​ເຮັດ​ໃຫ້ການ​ຄ້າ ​ແລະ​ການ​ລົງທຶນຂອງຕ່າງປະ​ເທດ​ມີ​ຄວາມ​ໝັ້ນທ່ຽງ, ລວມທັງ​ລົງ​ເລິກ​ປະຕິບັດ​ວຽກ​ງານ​ຈຸດ​ທົດ​ລອງ​ການ​ພັດທະນາ ​ແລະການປະດິດ​ສ້າງ​ໃໝ່​ດ້ານ​ການ​ຄ້າການ​ບໍລິການ.

ກອງ​ປະຊຸມ​ໄດ້​ເນັ້ນ​ໜັກ​ວ່າ: ຕ້ອງ​​ໃຫ້ອົງການ​ຕົ້ນຕໍ​ໃນການ​ຄ້າກັບ​ຕ່າງປະ​ເທດ, ຕ່ອງ​​ໂສ້ອຸສາ​ຫະກຳ ​ແລະ​ຕ່ອງ​ໂສ້​ການ​ສະໜອງ​ມີ​ຄວາມ​ໝັ້ນຄົງ, ສະ​ນັ້ນ, ໜຶ່ງ: ຕ້ອງສະໜັບສະໜູນ​ວິ​ສາ​ຫະກິດ​ການ​ຄ້າກັບ​ຕ່າງປະ​ເທດ​ເພີ່ມ​ທະວີຄວາມ​ສາມາດ​ຕ້ານ​ທານ​ຄວາມ​ສ່ຽງ, ​ເມື່ອ​ຜະ​ເຊີນກັບບັນຫາ​ທີ່ວິ​ສາ​ຫະກິດ​ມີ​ໃບ​ສັ່ງ​ຈອງ​ສິນຄ້າ​ໜ້ອຍ​ລົງ ​ແລະບັນຫາ​ພົ້ນ​ເດັ່ນ​ອື່ນໆ ຄວນອອກ​ມາດ​ຕະການ​ຢ່າງ​ມີ​ປະສິດ​ທິຜົນ​​ເພື່ອສະໜັບສະໜູນ​ວິ​ສາ​ຫະກິດ​ບຸກ​ເບີກຕະຫຼາດ ​ແລະ​ເພີ່ມ​ໃບ​ສັ່ງຈອງ. ສອງ: ຕ້ອງຊຸກຍູ້ເຂດ​ພາກ​ກາງ, ພາກ​ຕາ​ເວັນ​ຕົກ ​ແລະ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ເສີມ​ຂະຫຍາຍ​ທ່າ​ແຮງ, ຮັບ​ເໝົາການ​ຜະລິດ​ອຸດສາຫະກຳ​ເພື່ອ​ການ​ຄ້າ​ຕ່າງປະ​ເທດ​ທີ່​ໃຊ້​ແຮງ​ງານຫຼາຍ. ສະໜັບສະໜູນການ​​ພັດທະນາຂະ​ແໜງ​ການ​ໃໝ່ ຄື: ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ, ສາງ​ສິນຄ້າ​ຢູ່ຕ່າງປະ​ເທດ, ວິ​ສາ​ຫະກິດ​ການ​ບໍລິການ​ສັງ​ລວມດ້ານ​ການ​ຄ້າ​ຕ່າງປະ​ເທດ ​ແລະ​ອື່ນໆ, ​ເປີດ​ກວ້າງ​ການ​ຈຸດ​ທົດ​ລອງກ່ຽວ​ກັບຮູບ​ການ​ການ​ຄ້າ​ເພື່ອ​ຈັດ​ຊື້​ສິນຄ້າ​ໃນຕະຫຼາດ ​ແລະ​ຊຸກຍູ້​ການ​ສົ່ງ​ອອກ​ຂອງ​ວິ​ສາ​ຫະກິດ​ຂະໜາດກາງ, ຂະໜາດ​ນ້ອຍ ລະ​ຂະໜາດ​ຍ່ອມ. ສາມ: ຕ້ອງ​ປັບປຸງ​ນະ​ໂຍບາຍ​​ດຶງ​ດູດການ​ລົງທຶນ​ຂອງຕ່າງປະ​ເ​ທດ​ໃຫ້​ສົມບູນ​ຂຶ້ນ. ສີ່​: ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງການ​ຄ້າ​ການບໍລິການ​ເພື່ອໃຫ້ການ​ຄ້າ ​ແລະ​ການ​ລົງທຶນ​ຂອງຕ່າງປະ​ເທດ​ມີ​ຄວາມ​ໝັ້ນຄົງ.