ໝາກຢາງເໝີຍ + Mojito? ໝາກຢາງເໝີຍ+ກະແລັມ? ປະສົມອອກມາເປັນເຄື່ອງດື່ມໃຫມ່ທີ່ມີລົດຊາດຂອງຢຸນນານ

2020-07-31 16:19:10 |ມາຈາກ: Yunnan Gateway

"ກະລຸນາເອົາຈອກເຄື່ອງດື່ມໂມຈີໂຕ້ (Mojito) ໃຫ້ຄົນຮັກຂອງຂ້ອຍ, ຂ້ອຍມັກເບິ່ງຕາຂອງນາງທີ່ກຳລັງເມົາເຫຼົ້າເລັກໆນ້ອຍໆ, ແລະ ກາເຟຂອງຂ້ອຍບໍ່ຕ້ອງໃສ່ນ້ຳຕານຫລາຍ, ຍ້ອນນາງໂລກນີ້ໄດ້ມີລົດຫວານເກີນໄປແລ້ວ..." ເມື່ອບໍ່ດົນມານີ້, ເພງໃໝ່ "Mojito" ທີ່ຮ້ອງໂດຍ ທ່ານ ໂຈເຈລຸນ(Zhou Jielun) ນັກຮ້ອງຈາກໄຕ້ຫວັນ ປະເທດຈີນ ໄດ້ໂດ່ງດັງໄປທົ່ວທຸກຫົນແຫ່ງໃນປະເທດຈີນ.

Mojito--ຄັອກເທວ (cocktail) ຂອງປະເທດກູບາໃນເນື້ອເພງ, ໄດ້ກາຍເປັນເຄື່ອງດື່ມຍອດນິຍົມໃນລະດູຮ້ອນ ,ເພາະມີລົດຊາດສົດຊື່ນ ແລະ ເຕັມໄປດ້ວຍຮີດຄອງປະເພນີຕ່າງປະເທດ. ເມື່ອບໍ່ດົນມານີ້, ສາດສະດາຈານ ທຽນຝູລອງ (Tian Furong), ຄະນະບໍດີ ຄະນະການທ່ອງທ່ຽວວິທະຍາໄລຄຸນໝິງ ໄດ້ຄົ້ນຄວ້າ ແລະ ປະດິດ Mojitoໝາກຢາງເໝີຍທີ່ບໍ່ມີເຫຼົ້າ, ໂດຍໃຊ້ໝາກຢາງເໝີຍ (Yumberry) ຈາກເມືອງຝູມິນແຂວງຢຸນນານ ທີ່ເປັນ "ບ້ານເກີດຂອງໝາກຢາງເໝີຍໃນປະເທດຈີນ".

ທ່ານນາງ ທຽນຝູລອງ ເລືອກໃຊ້ໝາກຢາງເໝີຍຂອງເມືອງຝູມິນ, ມັນແມ່ນໜຶ່ງໃນໝາກໄມ້ ທີ່ເປັນຜະລິດຕະພັນພິເສດຂອງ ເມືອງຝູມິນ ນະຄອນຄຸນໝິງ ແຂວງຢຸນນານ. ໝາກຢາງເໝີຍ ໄດ້ມີການປູກຝັງຢູ່ໃນທ້ອງຖິ່ນມາເກືອບ 30 ປີແລ້ວ. ເນື່ອງຈາກສະພາບແວດລ້ອມດ້ານພູມສາດທີ່ເປັນເອກະລັກພິເສດ, ໝາກຢາງເໝີຍ ຂອງເມືອງຝູມິນແມ່ນເປັນສີແດງແກ່ ຫລື ສີດຳມ່ວງ.ເນື້ອຂອງໝາກຢາງເໝີຍແມ່ນກອບແລະນຸ້ມ, ແລະ ມີນ້ຳຫຼາຍ, ເມື່ອປຽບທຽບກັບໝາກຢາງເໝີຍຂອງສະຖານທີ່ອື່ນໆ, ມັນມີລະດັບຄວາມຫວານທີ່ສູງກວ່າ ແລະ ລະດັບຄວາມສົ້ມຕໍ່າກວ່າ, ເຊິ່ງໄດ້ຮັບຄວາມມັກຮັກຈາກຜູ້ບໍລິໂພກ ແລະ ມີຊື່ສຽງໃນປະເທດຈີນ. ໃນປີ 2020, ເນື້ອທີ່ປູກຝັງໝາກຢາງເໝີຍຢູ່ເມືອງຝູມີນ ບັນລຸເກືອບ 2.000 ເຮັກຕາ, ຂະແໜງການໝາກຢາງເໝີຍກຳລັງກາຍເປັນຂະແໜງການເສົາຄ້ຳໜຶ່ງໃນການພັດທະນາເສດຖະກິດຊົນນະບົດຂອງເມືອງຝູມີນ.

ຢູ່ທາງຫນ້າຂອງໂຕະປະສົມຄັອກເທວ, ສາມາດເຫັນໄດ້ວ່າ ສາດສະດາຈານ ທຽນຝູລອງ ຕັດໝາກນາວເປັນຫຼາຍຊີກ ແລະ ປູຢູ່ພື້ນຈອກແກ້ວ ຄ່ອຍໆ, ແລ້ວເອົາ ໃບຜັກກ້ານກ່ຳສົດຈັກສອງສາມໃບອອກມາ ຕົບຄ່ອຍໆດ້ວຍມື ແລະ ລໍຖ້າໃຫ້ກິ່ນຫອມອອກມາຈາກຜັກກ້ານກ່ຳ,ແລ້ວເອົາ ໝາກມ່ວງ ກັບໝາກນັດທີ່ຕັດເປັນກ້ອນ ແລະ ໝາກຢາງເໝີຍສອງສາມເມັດທີ່ຕົ້ມຮ່ວມກັນໃສ່ໃນຈອກ. ຫຼັງຈາກນັ້ນ, ສາດສະດາຈານ ທຽນຝູລອງ ໄດ້ປະສົມນ້ຳໝາກຢາງເໝີຍ ກັບນ້ຳໝາກນາວສົດທີ່ໄດ້ກຽມກ່ອນໜ້ານີ້ແລ້ວສັ່ນຖອກໃສ່ຈອກ, ສຸດທ້າຍຕື່ມນ້ຳກ້ອນ, ຖອກໃສ່ນ້ຳໂຊດາ, ບີບນ້ຳໝາກນາວໃສ່ໜ້ອຍໜຶ່ງ, ເອົາໃບຜັກກ້ານກ່ຳໃສ່, Mojito ໜຶ່ງຈອກທີ່ມີລົດຊາດແບບຢຸນນານກໍໄດ້ສຳເລັດແລ້ວ.

Mojito ໝາກຢາງເໝີຍທີ່ເຮັດດີແລ້ວ, ເຄື່ອງດື່ມຈອກ ນີ້ມີສີແດງຈຳນວນຫຼາຍ ແລະ ມີສີຂຽວແຊມໜ້ອຍໜຶ່ງ. ລົດຊາດປະສົມກັບກິ່ນຫອມຂອງໝາກນາວສີຂຽວ, ມີຄວາມສົ້ມຂອງໝາກຢາງເໝີຍ, ແລະ ມີຄວາມຫວານຂອງໝາກມ່ວງ. ທ່ານນາງ ທຽນຝູລອງ ໄດ້ແນະນຳວ່າ, ນອກຈາກ Mojito ໝາກຢາງເໝີຍແລ້ວ, ນາງ ແລະ ທີມງານຂອງນາງກໍ່ໄດ້ຄົ້ນຄວ້າ ແລະ ປະດິດສ້າງຄັອກເທວທີ່ບໍ່ມີເຫຼົ້າຫຼາຍຊະນິດທີ່ເຮັດດ້ວຍໝາກໄມ້, ໂດຍຜ່ານການທົດລອງ ແລະ ຄົ້ນຄວ້າເອກະສານທັງພາຍໃນ ແລະ ຕ່າງປະເທດ.

ຍັງມີອີກຫຼາຍຄົນທີ່ພະຍາຍາມຊອກຫາວິທີໃໝ່ໃນການກິນໝາກຢາງເໝີຍຄືດັ່ງ ທ່ານນາງ ທຽນຝູລອງ. ທ່ານ ຫວາງຢົງ (Wang Yong) ສາດສະດາຈານຈາກຄະນະການທ່ອງທ່ຽວວິທະຍາໄລຄຸນໝິງໄດ້ເຮັດກະແລັມໝາກຢາງເໝີຍ ທີ່ມີຊື່ວ່າ "ເຊຍລືຢານຢານ". ຢູ່ເທິງຈານສີຂາວ, ຊັ້ນໜຶ່ງແມ່ນໝາກໄມ້ເປືອກແຂງທີ່ບົດມຸ່ນ,ຊັ້ນໜຶ່ງແມ່ນເມັດມຸ່ນຂອງກະແລັມໝາກຢາງເໝີຍ, ແລະ ອີກຊັ້ນໜຶ່ງແມ່ນເຄັກມຸ່ນ,ກະແລັມໝາກຢາງເໝີຍຮູບແບບຄືໝາກກອກ ປະສົມກັບ ໝາກຢາງເໝີຍ ທີ່ສົດ ແລະ "ແຄບຊູນ" ໝາກຢາງເໝີຍ, ໂຮຍດ້ວຍໃຍໝາກນາວຂຽວ ແລະ ໃບກະເພົາຢູ່ເທິງຈານ, ຖອກໃສ່ນ້ຳໝາກຢາງເໝີຍທີ່ໄດ້ປະສົມເຂົ້າກັນດີແລ້ວ, "ເຊຍລືຢານຢານ" ກໍໄດ້ຖືກສະແດງຕໍ່ໜ້າມວນຊົນແລ້ວ.

ໃນນັ້ນ, ກະແລັມໝາກຢາງເໝີຍ ແມ່ນ ໄດ້ມາຈາກການຕື່ມນ້ຳໝາກຢາງເໝີຍ ໃສ່ນ້ຳມັນເບີແລ້ວຄົນໃຫ້ສະໝ່ຳສະເໝີ ແລ້ວແຊ່ແຂງ. ເມັດມຸ່ນຂອງກະແລັມໝາກຢາງເໝີຍ ແມ່ນ ຖອກໄນໂຕເຈັນແຫຼວລົງພື້ນຖານຂອງກະແລັມ, ແລ້ວຄົນກະແລັມຈົນເປັນນ້ຳກ້ອນທີ່ມຸ່ນ. ແຄບຊູນໝາກຢາງເໝີຍ ແມ່ນປະສົມດ້ວຍວັດຖຸດິບຕ່າງໆເຊັ່ນ: ນ້ຳໝາກຢາງເໝີຍ ແລະ ທາດແອວຈີນິກສຳລັບໃຊ້ໃນອາຫານ (Alginate) ເປັນຕົ້ນ. ຄ່ອຍໆກັດຜ່ານ-ຊັ້ນຢາງທີ່ໂປ່ງໃສຢູ່ເທິງໜ້າ, ແລະ ນ້ຳໝາກຢາງເໝີຍທີ່ມີລົດຫວານສົ້ມຈະ“ລະເບີດ” ຢູ່ໃນປາກຂອງທ່ານ.

ໝາກຢາງເໝີຍ ເມືອງຝູມິນມີ ລົດຫວານສົ້ມ ແລະ ແຊບຫຼາຍ, ດື່ມນ້ຳໝາກຢາງເໝີຍທີ່ອຸດົມສົມບູນ, ແລ້ວບວກກັບວິທີການກິນອາຫານໃຫມ່ເຫຼົ່ານີ້, ມັນກໍໄດ້ກາຍເປັນແຟຊັນໃໝ່ແລ້ວ.