ກະ​ຊວງ​ການ​ເງິນ​ຈີນ: ຍອດ​ມູນ​ຄ່າ​ຫຼຸດ​ພາ​ສີ​ແລະ​ຄ່າ​ທຳ​ນຽ​ມ​ຕ່າງໆ​ໃນ​ 6 ເດືອນ​ຕົ້ນ​ປີນີ້​ມີຫຼາຍກວ່າ 1500 ຕື້ຢວນ

2020-08-07 15:08:16 |ມາຈາກ: CRI

ວັນ​ທີ 6 ສິງ​ຫານີ້ ໜ່ວຍ​ງານ​ສຳ​ຫຼວດ​ວຽກ​ງານ​ຂອງ​ກະ​ຊວງ​ການ​ເງິນ​ຈີນ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ 2020 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 6 ເດືອນ​ຕົ້ນ​ປີນີ້, ເສດ​ຖະ​ກິດ​ຈີນ​ໄດ້ຕົກ​ຕ່ຳ​ລົງ​ໃນ​ໄລ​ຍະ​ຕົ້ນ​ແລະ​ສາ​ມາດ​ພິກ​ກັບ​ມາ​ເຕີບ​ໂຕ​ໄດ້, ແລະ​ສາ​ມາດ​ຟື້ນ​ຄືນ​ເປັນ​ປົກ​ກະ​ຕິ​ຢ່າງ​ໜັກ​ແໜ້ນ, ນັບ​ແຕ່​ໄຕ​ມາດ​ທີ 2 ເປັນ​ຕົ້ນ​ມາ, ເສດ​ຖະ​ກິດ​ຂອງ​ແຕ່​ລະ​ເດືອນ​ໄດ້​ດຳ​ເນີນ​ໄດ້ເປັນ​ຢ່າງ​ດີ​, ເຊິ່ງ​ເປັນ​ຍ້ອນຈີນ​ມີ​ນະ​ໂຍຍ​ບາຍ​ການ​ເງິນ​ທີ່​ເໝາະ​ສົມ​.

ເມື່ອວິ​ເຄາະ​ຢ່າງ​ລະ​ອຽດ​ແລ້ວ​ຈິ່ງ​ເຫັນ​ວ່າ: ໃນ 6 ເດືອນ​ຕົ້ນ​ປີນີ້, ຈີນ​​ໄດ້​ຫຼຸດ​ພາ​ສີ​ອາ​ກອນ ແລະ​ຄ່າ​ທຳ​ນຽງ​ຕ່າງໆທັງ​ໝົດ​ເປັນ​ຈຳ​ນວນເງິນ​ຫຼາຍກວ່າ 1500 ຕື້ຢວນ, ເປັນ​ການ​ຫຼຸດ​​ພາ​ສີ​ອາ​ກອນ​ແລະ​ຄ່າ​ທຳ​ນຽມ​ຂະ​ໜາດ​ໃຫຍ່, ເຊິ່ງ​ລວມ​ທັງ​ການ​ຄືນ​ພາ​ສີອາ​ກອນ​​ໃຫ້ວິ​ສ​ຫາ​ກິດ​ຜະ​ລິດ​ອຸ​ປະ​ກອນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ; ຊ່ວຍ​ວິ​ສາ​ຫະ​ກິດ​​ຂະ​ໜາດ​ນ້ອຍແລະ​ວິ​ສາ​ຫະ​ກ​ກິດ​ເອ​ກະ​ຊົນ​ສາ​ມາດ​ຜ່ານ​ຜ່າ​ໄລ​ຍະ​ຫຍຸ້ງ​ຍາກ​ໄດ້. ເລີ່ມ​ແຕ່​ວັນ​ທີ 1 ມີ​ນາທີ່ຈີນ​ເລີ່ມ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ແລະ​ຫຼຸດ​ອາ​ກອນ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ຫົວ​ໜ່ວຍ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ທີ່ເສຍ​ພາ​ສີ​ອາ​ກອນເປັນ​ຕົ້ນ​ມາ, ​ນະ​ໂຍ​ບາຍນີ້​ໄດ້​ສົ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ແລະ​ທຸ​ລະ​ກິດ​ສ່ວນ​ບຸກ​ຄົນ​ໄດ້​ທັງ​ໝົດ 1 ລ້ານ 9 ແສນ 1 ໝື່ນ​ແຫ່ງ​; ​ທັງ​ໄດ້ຍົກ​ເລີກ​ຄ່າ​ປະ​ກັນ​ໄພ​ທາງ​ສັງ​ຄົມ​ໃຫ້ວິ​ສາ​ຫະ​ກິດ ເພື່ອ​ຜ່ອນ​ຄາຍ​ແຮງ​ກົດ​ດັນ​ໃນ​ດ້ານ​ທຶນ​ຮອນດ​ຂອງວິ​ສາ​ຫະ​ກິດ.

ໃນ​ຂັ້ນ​​ຕອນຕໍ່​ໄປ, ນະ​ໂຍ​ບາຍ​ການ​ເງິນ​ຂອງ​ຈີນ​ຈະ​ສືບ​ຕໍ່​ເນັ້ນ​ການ​ໃຫ້​ການ​ປະ​ກອບ​ອາ​ຊີບເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ສະ​ໜັບ​ສະ​ໜູນ​ຕະ​ຫຼາດໃຫ້​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ພັດ​ທະ​ນາ​ຕໍ່​ໄປ.