ທາງລົດໄຟ ຈີນມີໄລຍະທາງລື່ນກາຍ 14 ໝື່ນກິໂລແມັດ ທາງລົດໄຟຄວາມໄວສູງມີເຖິງ 3,6 ໝື່ນກິໂມແມັດ ເປັນທີ 1 ຂອງໂລກ

2020-08-10 17:44:45 |ມາຈາກ: CRI

ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນຈຳ​ກັດ​ແຈ້ງ​ໃຫ້​ຊາບ​ວ່າ, ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ການ​ລົງ​ທຶນ​ຊັບ​​ສິນຄົງ​ທີ່​ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​​ຈີນ​ມີ​ເຖິງ 67 ຕື້ 100 ລ້ານຢວນ, ເພີ່ມ​ຂຶ້ນ 3,6 % ​ເມື່ອ​ທຽບ​ກັບໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ໃນ​ນັ້ນ, ​ການ​ລົງ​ທຶນ​ໃນໂຄງ​ການ​ຂະ​ໜາດ​ໃຫຍ່​ແລະ​ກາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​​ມີ​ເຖິງ 49 ຕື້ 900 ລ້ານຢວນ, ເພີ່ມ​ຂຶ້ນ 11,3% ​ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​​ຂອງປີ​ກາຍ​ນີ້. ​ມາ​ຮອດ​ທ້າຍ​ເດືອນກໍ​ລະ​ກົດ​ປີ​ນີ້, ທາງ​ລົດ​ໄຟ​ຈີນ​ມີ​ໄລ​ຍະ​ທາງ​ເຖິງ 14,14 ໝື່ນ​ກິ​ໂລ​ແມັດ, ເປັນ​ອັນ​ດັບ 2 ຂອງ​ໂລກ; ​ສ່ວນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​​ທາງ​ທຸ​ລະ​ກິດ​ມີ​ໄລ​ຍະ​ທາງ 3,6 ໝື່ນ​ກິ​ໂລ​ແມັດ, ເປັນ​ອັນ​ດັບ 1 ຂອງ​ໂລກ.

ຜູ້​ຮັບ​ຜິດ​ຊອບ​ພະ​ແນກ​ການ​ກໍ່​ສ້າງ​ຂອງ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​​ໄດ້ແນະ​ນຳ​ໃຫ້​ຮູ້​ວ່າ, ຫຼັງ​ຈາກ​ເດືອນ​ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ມາ, ຂະ​ແໜງ​ການ​ທາງ​ລົດ​ໄຟ​​ໄດ້​ເອົາ​ໃຈ​ໃສ່ປ້ອງ​ກັນ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ໂຄວີດ 19 ​ທັງສ້າງທາງ​ລົດ​ໄຟ, ເພີ່​ມ​ທະ​ວີ​ກຳ​ລັງ​ປະ​ຕິ​ບັດ​ງານ​ໃນ​ໂຄງ​ການ​​ໃຫຍ່​ທີ່​ສຳ​ຄັນ, ໄດ້​​ຮັບ​ຄວາມຄືບ​ໜ້າ​ອັນ​ສຳ​ຄັນ. ​ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ທົ່ວ​ປະ​ເທດ​ຈີນ​ໄດ້​ເລີ່ມ​ສ້າງ​ທາງ​ລົດ​ໄຟ​ສາຍໃໝ່​ທີ່​ມີ​ຄວາມ​ຍາວ 1310 ກິ​ໂລ​ແມັດ, ໃນ​ນັ້ນ​ມີ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ 733 ກິ​ໂລ​ແມັດ.