ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຮົງ​ກົງ​ກ່າວ​ປະ​ນາມ​ຢ່າງຮຸນແຮງຕໍ່ອັນວ່າ “​ການ​ຂວ້ຳ​ບາດ” ຂອງ​ອາ​ເມ​ຣິ​ກາ

2020-08-10 17:47:15 |ມາຈາກ: CRI

ວັນ​ທີ 8 ສິງ​ຫານີ້ ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຮົງ​ກົງ​ກ່າວ​ວ່າ, ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ດຳເນີນ​ອັນ​​ວ່າ​ການ​ຂວ້ຳ​ບາດ​ຕໍ່​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ວຽກ​ງານ​ກ່ຽວ​ກັບ​ຮົງ​ກົງ​ຂອງ​ລັດ​ຖະ​ບານ​ຈີນ ແລະ​ເຈົ້າ​ໜ້າ​ທີ່​ເຂ​ດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ແມ່ນ​ໄຮ້​ເຫດ​ຜົນຈັກເມັດ​ ແລະ ເປັນການ​ເຮັດຕະພຶດຕະພື​ຕາມ​ລຳ​ພັງ​​ໃຈ, ເຊິ່ງມີເຈດ​ຕະ​ນາ​ປັ້ນແຕ່ງເລື່ອງ​ບັນ​ຫາ​ຮົງ​ກົງ​ແລະ​ຢາກ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ພວກເຂົາ​ເຈົ້າ​ ໄດ້​ກ່າວ​ປະ​ນາມ​ຢ່າງ​ຮູນ​ແຮງ​ຕໍ່​ການກະທຳ​ຊົ່ວ​ຮ້າຍ​ຂອງ​ລັດ​ຖ​ະບານ​ອາ​ເມ​ຣິ​ກາ.

ສະ​ຫະ​ພັນ​ສ້​າງ​ສາ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຕິ​ຕຽນ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງນັ້ນ ​ແມ່ນ​ບໍ່​ມີ​ເຫດ​ຜົນ​ຈັດ​ເມັດ​ແລະ​ເປັນການເຮັດຕະພຶດຕະພືຕາມ​ລຳ​ພັງ​ໃຈ​. ວົງ​ການ​ຕ່າງໆ​ແລະ​ຊາວ​ເມືອງ​ອັນ​ໄ​ພ​ສານ​ຂອງ​ຮົງ​ກົງ ຊົມ​ເຊີຍ​ສູນ​ກາງທີ່ສ້າງ​ກົດ​ໝາຍວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດຢູ່ຮົງ​ກົງ, ທັງ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​​ກາງ​ແລະ​ອົງການປົກຄອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງທີ່ຈະສາມາດ​ປະ​ຕິ​ບັດທິດທາງ ​“ປະ​ເທດ​ດຽວ​ສອງ​ລະ​ບອບ” ໄດ້ຢ່າງ​ຕໍ່​ເນື່ອງ ໝັ້ນ​ທ່ຽງ​ແລະ​ຍາວ​ນານ.

ສະ​ຫະ​ພັນ​ກຳ​ມະ​ບານ​ຮົງ​ກົງ​ອອ​ກ​ຖະ​ແຫຼງ​ການ ​ໂດຍ​ກ່າວປະ​ນາມ​ຢ່າງ​ເຂັ້ມງວດຕໍ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງຮ້າຍກາດ. ກົດ​ໝາຍວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດຢູ່​ຮົງ​ກົງ ໄດ້​ສະ​ກັດ​ກັ້ນ​ເຫດ​ການ​ຄວາມ​ຮຸນ​ແຮງ​ຂອງ​ຝ່າຍ​ມືດ​ຮົງ​ກົງ​ຢ່າງ​ທັນ​ເວ​ລາ​ແລະ​ບັງເກີດ​ຜົນ​, ເຮັດ​ໃຫ້​ສັງ​ຄົມ​ຟື້ນ​ຟູ​ຄວາມເປັນລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ຂອງ​ຊາວ​ຮົງ​ກົງ​ ກໍ​ໄດ້​ຮັບ​ການ​ຮັບ​ປະ​ກັນ, ເຮັດ​ໃຫ້​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ຊາວ​ຮົງ​ກົງ​ ສາ​ມາດ​ເຮັດ​ວຽກ​ງານ​ປ້ອງ​ກັນ​ພະ​ຍາດ​ໂຄວິດ 19 ​ຢ່າງ​ສຸດ​ໃຈ​ໄດ້.

ສະ​ຫະ​ພັນ​ທຸລະ​ກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຮົງ​ກົງ​ ອອກ​ຖະ​ແຫຼງ​ການ​ໂດຍ​ຊີ້​ອອກວ່າ, ປະ​ເທດ​ຈີນ​ໄດ້​ສ້າງ​ແລະ​ປະ​ຕິ​ບັດກົດ​ໝາຍວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງແຫ່ງຊາດຢູ່​ຮົງ​ກົງ ໄດ້​ຕາບຈູນຊ່ອງໂຫວ່​ດ້ານ​ລະ​ບຽບການ​ຂອງ​ຮົງ​ກົງ​ໃນ​ການປ້ອງ​ກັນຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ໄດ້​​ປົ​ກ​ປັກ​ຮັກ​ສາ​​ລະ​ບຽບ​ສັງ​ຄົມ​ຂອງ​ຮົງ​ກົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເມືອງ​ຮົງ​ກົງ​ສາ​ມາດ​ກັບ​ຄືນ​ສູ່​ປົກ​ກະ​ຕິໄດ້. ອັນ​​ວ່າ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ຣິ​ກາ ເປັນ​ການ​ກະ​ທຳ​ແບບ​​ມະ​ຫາ​ອຳ​ນາດ​ທັງນັ້ນ.