ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ເນັ້​ນ​ວ່າ, ການ​ສິ້ນ​ເປືອງ​ ແລະ ຟຸມ​ເຟືອຍ​ເປັນ​ສິ່ງ​ທີ່​ໜ້າ​ອັບ​ອາຍ​ ການ​ປະ​ຢັດ​ເປັນ​ສິ່ງ​ທີ່​ມີ​ກຽດ

2020-08-12 16:52:17 |ມາຈາກ: CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້ໃຫ້ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ສະ​ກັດ​ກັ້ນ​ການ​ບໍ​ລິ​ໂພກ​ທີ່​ສິ້ນ​ເປືອງ ແລະ ​ຟຸມເຟືອຍ​. ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປະ​ກົດ​ການ​ສິ້ນ​ເປຶອງ​ແລະຟຸມ​ເຟືອຍ​ເປັນ​ບັນ​ຫາ​ທີ່​ໜ້າ​ຕົກ​ໃຈຫຼາຍ ແລະ ເປັນ​ຕາ​ເຈັບ​ໃຈແທ້ໆ. ກະ​ວີ​ບູ​ຮານ​ຈີນ​ລະ​ບຸ​ໄວ້​ວ່າ: “​ມີໃຜແດ່​ທີ່​ຮູ້​ວ່າ​ອາ​ຫານ​ໃນ​ຈານ, ທຸກ​ເມັດ​ລ້ວນ​ແຕ່​ມາ​ຈາກ​ເຫື່ອ​ແຮງ​ທີ່​ລຳ​ບາກ.” ເຖິງວ່າ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ຂອງ​ຈີນ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ທີ່​ອຸ​ດົມ​ສົມ​ບູນ​ໃນຫຼາຍ​ປີ​ຕິດ​ຕໍ່​ກັນ, ແຕ່​ກໍ​ຕ້ອ​ງ​ມີ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ບັນ​ຫາ​ຄວາມ​​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ໂດຍ​ສະ​ເພາະ​ໃນ​ປີ​ນີ້, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ຕໍ່​ທົ່ວ​ໂລກ, ຍິ່ງ​ເປັນ​ການ​ຕີ​ລະ​ຄັງ​ເຕືອນ​ໄພ​ໃຫ້​ແກ່​ພວກ​ເຮົາ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ເພີ່ມ​ທະ​ວີ​ການ​ສ້າງ​ກົດ​ໝາຍ ແລະ ການ​ຕິດ​ຕາມ​ຄຸ້ມ​ຄອງ, ໃຊ້​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ, ສ້າງ​ກົນ​ໄກ​ທີ່​ມີ​ຜົນໃນ​ໄລ​ຍະ​ຍາວ, ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ບໍ​ລິ​ໂພກ​ອາ​ຫານ​ແບບ​ສິ້ນ​ເປຶອງ​ ແລະ ຟຸມ​ເຟືອຍ. ຕ້ອງ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ ແລະ ສຶກ​ສາ​ອົບ​ຮົມຕື່ມ​ອີກ, ​ສ້າງ​ຄວາມ​ຊິນ​ເຄີຍ​ທີ່​ຮູ້​ຈັກ​ການ​ປະ​ຢັດ​ມັດ​ທະ​ຍັດ, ສ້າງ​ບັນ​ຍາ​ກາດ​ທີ່ ​ຖື​ເອົາ​ການ​ບໍ​ລິ​ໂພກ​ແບບ​ສິ້ນ​ເປືອງ ແລະ ​ຟຸມ​ເຟືອຍ​ເປັນ​ສິ່ງ​ທີ່​ໜ້າ​ອັບ​ອາຍ​ ​ ແລະ ຖື​ເອົາການ​ປະ​ຢັດ​ເປັນ​ສິ່ງ​ທີ່​ມີ​ກຽດໃນ​ທົ່ວ​ສັງ​ຄົມ.

ຕັ້ງແຕ່​ໃດໆ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ຄວາມໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ແລະ ສົ່ງ​ເສີມ​ບັນ​ຍາ​ກາດ​ທົ່ວ​ສັງ​ຄົມ​ທີ່ “ເຊີດ​ຊູ​ຈິດ​ໃຈ​ປະ​ຢັດ ຄັດ​ຄ້ານ​ການບໍ​ລິ​ໂພກ​ແບບ​ສິ້ນ​ເປືອງ​ຟຸມ​ເຟືອຍ”, ​ທ່ານເຄີຍ​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ແລ້ວ​ວ່າ​ຕ້ອງ​ສະ​ກັດ​ກັ້ນ ການ​ບໍ​ລິ​ໂພກ​ແບບ​ສິ້ນ​ເປືອງ ແລະ ​ຟຸມເຟືອຍ, ຮຽກ​ຮ້ອງ​ໃຫ້​​ອອກ​ລະ​ບຽບ​ການແລະ​ບັງ​ຄັບ​ໃຊ້, ປະ​ຕິ​ບັດ​ລະ​ບຽບ​ການ​ຢ່າງ​ເຂັ້ມ​ງວດ, ຕິດ​ຕາມກວດ​ກາ​ຢ່າງ​ເຄັ່ງ​ຄັດ, ຕ້ອງ​ມີ​ກົນ​ໄກ​ລົງ​ໂທດ​ທີ່​ເຂັ້ມ​ງວດ, ເພື່ອ​ສະ​ກັດ​ກັ້ນ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ກົດ​ລະ​ບຽບ ແລະ ວິ​ໄນ​​ຕ່າງໆໃນ​ການ​ບໍ​ລິ​ໂພກ​ດ້ວຍ​ການ​ນຳ​ໃຊ້​ງົບ​ປະ​ມານ​ລັດ, ທັງ​ແນ່​ໃສ່​ການ​ແກ້​ໄຂ​ບັນ​ຫາການ​ບໍ​ລິ​ໂພກ​ອາ​ຫານ​ແບບ​ສິ້ນ​ເປືອງ​ ແລະ ​ຟຸມ​ເຟືອຍ​ໃນ​ໂຮງ​ຮຽນ​ຈຳ​ນວນ​ໜຶ່ງ ແລະ ບັນ​ຫາ​ທີ່​ນັກ​ຮຽນ​ນັກ​ສຶກ​ສາ​ບໍ່​ມີ​ສະ​ຕິ​ປະ​ຢັດ​ນັ້ນ, ຈະ​ຕ້ອງເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ ແລະ ຄຸ້ມ​ຄອງ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ບຳ​ລຸງ​ສ້າງ​ຄຸນ​ສົມ​ບັດ​ທີ່​ດຸ​ໝັ່ນ ແລະ ປະ​ຢັດ​ມັດ​ທະ​ຍັດ​ໃຫ້​ກັບນັກ​ຮຽນ​ນັກ​ສຶກ​ສາ.