ທ່ານ​ສີ​ຈີ້ນ​ຜິງ​ເຊັນ​ລັດ​ຖະ​ດຳ​ລັດ​ປະ​ທານ​ປະ​ເທດ ເພື່ອມອບ​ຫຼຽນ​ແຫ່ງ​ຊາດ ແລະ ນາມ​ມະ​ນົດ​ແຫ່ງ​ຊາດ​ໃຫ້​ແກ່​ບຸກ​ຄົນ​ດີ​ເດັ່ນ​ໃນ​ການ​ຕໍ່​ສູ້​ກັບ​ພະ​ຍາດ COVID-19

2020-08-12 16:55:40 |ມາຈາກ: CRI

ວັນ​ທີ 11 ສິງ​ຫາ​ນີ້, ອີງ​ຕາມ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການມອບ​ຫຼຽນ​ແຫ່ງ​ຊາດ ແລະ ນາມ​ມະ​ຍົດ​ແຫ່ງ​ຊາດ​ໃຫ້​ແກ່​ບຸກ​ຄົນ​ທີ່​ໄດ້​ປະ​ກອບ​ສ່ວນ​ດີ​ເດັ່ນ​ໃນ​ການ​ຕໍ່​ສູ້​ກັບ​​ພະ​ຍາດ COVID-19 ທີ່​ໄດ້​ລົງ​ຄະ​ແນນ​ສຽງ ແລະ ຜ່ານ​ການ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 21 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໃນ​ຕອນ​ບ່າຍ​ວັນ​ທີ 11 ສິງ​ຫາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຊັນ​ລັດ​ຖະ​ດຳ​ລັດ​ປະ​ທານ​ປະ​ເທດ ເຊິ່ງ​ໄດ້​ຕົກ​ລົງ​ວ່າ: ໄດ້​ມອບ “ຫຼຽນ​ແຫ່ງ​ຊາດ” ໃຫ້​ທ່ານ​ຈົ່ງ​ນານ​ສ່ານ ແລະ ມອບ​ນາມ​ມະ​ຍົດ “ວິ​ລະ​ຊົນ​ຂອງ​ປະ​ຊາ​ຊົນ​” ໃຫ້​ທ່ານ​ຈ່ຽງ​ໂປ໋​ຫຼີ, ທ່ານ​ຈ່ຽງ​ຕິງ​ຢ​ວີ ແລະ ທ່ານ​ນາງ​ເຊີນ​ເວີ່ຍ.

ລັດ​ຖະ​ດຳ​ລັດ​ດັ່ງ​ກ່າວ​ແມ່ນ​ເພື່ອ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບຸກ​ຄົນ​ແບບ​ຢ່າງ​ທີ່​ໄດ້​ປະ​ກອບ​ສ່ວນ​ດີ​ເດັ່ນ​ໃນ​ການ​ຕໍ​ສູ້​ກັບ​ພະ​ຍາດ COVID-19, ສົ່ງ​ເສີມ ແລະ ເຜີຍ​ແຜ່​ຄຸນ​ສົມ​ບັດ​ອັນ​ສູງ​ສົ່ງ​ຂອງ​ເຂົາ​ເຈົ້​າ​ທີ່​ມີ​ຄວາມ​ຈົງ​ຮັກ​ພັກ​ດີ, ກ້າ​ແບບ​ຫາບ​ໜ້າ​ທີ່​ຄວາມ​ຮັບ​ຜິ​ດ​ຊອບ ແລະ ຍິນ​ດີ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ຂອງ​ຊາດ.