ເມື່ອເຈົ້າຍິ້ມຈັ່ງແມ່ນເປັນຕາເບິ່ງ | "ເຮືອນຫລັງໃໝ່" ຢູ່ເມືອງຊີດ້ຽນເປົ່າຊານແຂວງຢຸນນານ

2020-08-17 12:03:01 |ມາຈາກ: Yunnan Gateway

ເມື່ອເວົ້າເຖິງເຮືອນໃໝ່ຂອງຕົນເອງ, ນາງ ວັງຊາວລານ ທີ່ເປັນຄອບຄົວທຸກຍາກໄດ້ປາກົດ ມີຄວາມສຸກເທິງໃບໜ້າ ຂອງລາວ, ລາວອາໄສຢູ່ບ້ານຢາຄົວ ຕາແສງຈຽວຝັງ ເມືອງຊີດ້ຽນເປົ່າຊານ ແຂວງຢຸນນານ.ນາງກ່າວວ່າ, ກ່ອນໜ້ານີ້ລາວໄດ້ ອາໄສການປູກພືດເພື່ອຫາລ້ຽງຊີບໃນບ້ານເກີດຂອງນາງ,ໃນປີໜຶ່ງລາຍໄດ້ບໍ່ກາຍ 20,000 ຢວນ.

ໃນເດືອນພຶດສະພາ 2019, ເມື່ອຄອບຄົວ ນາງ ວັງຊາວລານ ໄດ້ຍ້າຍໄປຢູ່ເມືອງດັ່ງກ່າວແລ້ວ. ແລະ ດ້ວຍການຊ່ວຍເຫຼືອຂອງອຳນາດການປົກຄອງທ້ອງຖິ່ນ, ນາງໄດ້ເຂົ້າເຮັດວຽກຢູ່ບໍລິສັດເຕັກໂນໂລຢີເປົາຊານດ້າຫົວຮາຍຫ້ານ ຈຳກັດ, ເຊິ່ງມີໜ້າວຽກແມ່ນແປຮູບຜະລິດຕະພັນເອເລັກໂຕຣນິກ. ຜົວຂອງນາງຊື່ ຊູຫົວ ເຮັດວຽກເປັນຜູ້ປະສານງານຂອງຊຸມຊົນໃນເຂດຍົກຍ້າຍຈັດສັນ. ຮັບຜິດຊອບໃນການປະສານງານກັບຊາວບ້ານທຸກຄົນໃນເຂດຍົກຍ້າຍຈັດສັນ ແລະ ຊ່ວຍເຫຼືອຊາວບ້ານໃນການແກ້ໄຂບັນຫາຊີວິດຂອງເຂົາເຈົ້າ.ລູກສາວຂອງນາງ ວັງຊາວລານ ໄດ້ໄປເຮັດວຽກຢູ່ເມືອງເຊິນເຈິ້ນ,ລູກຊາຍຂອງນາງ ວັງຊາວລານ ກຳລັງຮຽນຢູ່ໂຮງຮຽນມັດທະຍົມສຶກສາເລກ 2 ຊີດ້ຽນ. ເມື່ອມີລາຍໄດ້ທີ່ໝັ້ນຄົງ, ຄຸນນະພາບຊີວິດຂອງຄອບຄົວນາງ ວັງຊາວລານ ກໍ່ໄດ້ສືບຕໍ່ຮັບການຍົກລະດັບ ແລະ ມີຄວາມສຸກຫລາຍຂຶ້ນເລື້ອຍໆ.

ຈົນມາຮອດປັດຈຸບັນນີ້,ເມືອງຊີດ້ຽນ ໄດ້ສ້າງບ້ານຍົກຍ້າຍຈັດສັນໃໝ່ 34 ແຫ່ງເພື່ອຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ໃນນັ້ນມີປະຊາຊົນຈຳນວນ 23,554 ຄົນ ທັງໝົດ 5,576 ຄອບຄົວທຸກຍາກໄດ້ຍົກຍ້າຍໄປຢູ່ນີ້. ນອກຈາກນັ້ນ, ອ້ອມຮອບຂອງສະຖານທີ່ຈັດສັນຍົກຍ້າຍຍັງສ້າງສາເຂດຊຸມຊົນລ້ຽງສັດ 15 ແຫ່ງ ແລະ ສູນກາງການຄ້າຜະລິດຕະພັນກະສິກຳ, ສະໜອງວຽກເຮັດງານທຳໃຫ້ປະຊາຊົນທຸກຍາກຈຳນວນ 2,200 ຕຳແໜ່ງ, ຊາວກະສິກອນຂອງທ້ອງຖິ່ນໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລາຍໄດ້ເພີ່ມຂື້ນ.