ຈີນ​ປະ​ຕິ​ບັດ​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ກໍ່​ສ້າງ​ໂຄງ​ການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢູ່​ຕ່າງ​ປະ​ເທດ

2020-08-19 10:16:54 |ມາຈາກ: CRI

ວັນ​ທີ 17 ສິງ​ຫາ​ນີ້, ທ່ານ​ເມິ້ງ​ເວີຍ ໂຄ​ສົກ​ຄະ​ນະ​ກຳ​ມະ​ການການ​ພັດ​ທະ​ນາ​ແລະ​ການ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ວ່າ: ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ທີ່​ມີ​ຕໍ່​ໂຄງ​ການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢູ່​ຕ່າງ​ປະ​ເທດ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19 ຢ່າງ​ເໝາະ​ສົມ, ​ຫວ່າງ​ມໍ່ໆ​ມາ​ນີ້​, ໃນ​ຖາ​ນະ​ເປັນ​ຫ້ອງ​ການ​ໜ່ວຍ​ນຳ​ພາ​​ຊຸກ​ຍູ້ວຽກ​ງານ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢູ່​ຕ່າງ​ປະ​ເທດ, ​ຄະ​ນະ​ກຳ​ມະ​ການ​ການພັດ​ທະ​ນາ​ແລະ​ການ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນໄດ້​ກຳ​ນົດ​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ສ້າງ​ໂຄງ​ການ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢູ່​ຕ່າງ​ປະ​ເທດ​ໃນ​ຫຼາຍ​ດ້ານ.

ທ່ານ​ເມິ້ງ​ເວີຍ​ກາວ​ວ່າ: ​ໂດຍ“ຖື​​ເອົາຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ພະ​ນັກ​ງານ​ກໍ່​ສ້າງ​ໂຄງ​ການ​ຢູ່​ຕ່າງ​ປະ​ເທດ​ໄວ້​​ໃນ​ຖາ​ນະສຳ​ຄັນ​ທີ່​ສຸດ, ​ເອົາ​ໃຈ​ໃສ່​ເຮັດ​ວຽກ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ພະ​ນັກ​ງານ​ກໍ່​ສ້າງ​ໂຄງ​ການ​ຢູ່​ຕ່າງ​ປະ​ເທດ​ໃຫ້​ດີ. ຕິດ​ຕາມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ທັນ​ການ, ປະ​ຕິ​ບັດ​ມາ​ດ​ຕະ​ການ​ທີ່​ຖືກ​ຕ້ອງ​​ເໝາ​ະສົມ​ກັບ​ທ້ອງ​ຖິ່ນ, ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂດຍ​ແບ່ງ​ເປັນ​​ຂົງ​ເຂດ​ແລະ​ປະ​ເພດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ​ແບ່ງ​ປັນ​ບົດ​ຮຽນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ມີ​ໂຄງ​ການ​ກໍ່​ສ້າງ​ໃຫ້​ສາ​ມາດ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້.”