ທ່ານ​ຫວາງຢີ້​​ຕ້ອນຮັບ​ພະນັກງານ​ກົງ​ສຸນ​ໃຫຍ່​ຈີນ​ປະຈຳ​ຮິ​ວສະ​ຕັນ​ອາ​ເມຣິກາທີ່​ເດີນທາງ​ກັບຄືນປະ​ເທດ

2020-08-19 10:20:28 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 17 ສິງຫາ​ນີ້, ພະນັກງານ​ການ​ທູດ​ໃນ​ກົງ​ສຸນ​ໃຫຍ່​ຈີນ​ປະຈຳ​ຮິ​ວສະ​ຕັນ​ອາ​ເມຣິກາ​ໄດ້​ເໝົາເຮືອບິນ​ເດີນທາງກັບ​ຄືນ​ຮອດ​ນະຄອນຫຼວງປັກ​ກິ່ງ, ທ່ານ​ຫວາງ​ຢີ້ ທີ່​ປຶກສາ​​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕ້ອນ​ຮັບທັງ​ກ່າວ​ປາ​ໄສ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ​ເຫດການ​ທີ່​ເກີດ​ຂຶ້ນ​ກັບ​ກົງ​ສຸນ​​ໃຫຍ່ຈີນ​ປະຈຳ​ຮິ​ວສະ​ຕັນ​ໃນ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອິດ​ທິກຳລັງ​ຕໍ່ຕ້ານ​ຈີນຢູ່ອາ​ເມຣິກາ​ພວມ​ສຸມ​ກຳລັງ​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມຣິກາ ​ໂດຍ​ບໍ່​ໄຈ້​ແຍກວິຖີ​ທາງ, ​ຄິດ​ຫາ​ວິທີ​ຕ່າງໆ​ເພື່ອ​ສະກັດ​ກັ້ນ​ການ​ພັດທະນາ​ຂອງ​ຈີນ. ​ນີ້​ເປັນ​ການ​ກະທຳ​ທີ່​ຝືນ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ, ສະ​ນັ້ນຈຶ່ງ​ບໍ່​ອາດ​ຈະ​ເປັນ​ໄປ​ໄດ້​ດັ່ງ​ຄວາມ​ປາຖະໜາຂອງ​ເຂົາຢ່າງ​ເດັດຂາດ! ພ້ອມ​ກັນ​ນັ້ນ, ທ່ານ​ຫວາງ​ຢີ້ຍັງກ່າວ​ຕື່ມ​ວ່າ: ຝ່າຍ​ຈີນ​ເຊື່ອ​ໝັ້ນ​ວ່າ ການ​ສົນທະນາ ​ແລະບໍ່​​ເປັນ​ປໍ​ລະ​ປັກ​ກັນ​ນັ້ນຍັງ​ແມ່ນ​ຈິດ​ໃຈ​ລວມຂອງປະຊາຊົນ​ສອງ​ປະ​ເທດ​ຄື​ເກົ່າ, ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ອາ​ເມຣິກາ​ຍັງ​ຈະ​ພັດທະນາ​ກ້າວ​ໄປໜ້າຫຼັງປະສົບ​ກັບອຸປະສັກ​ຕ່າງໆ​ນານາ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ບໍ່​ວ່າ​ຜູ້​ໃດ, ອິດ​ທິກຳລັງ​ໃດ​ກໍ​ຕາມ ລ້ວນ​ແຕ່​ຈະບໍ່​ສາມາດ​ສະກັດ​ກັ້ນ​ບາດກ້າວ​ເດີນຂອງ​ຈີນ​ທີ່​ກ້າວ​ໄປ​ສູ່​ການ​ຟື້ນ​ຟູ​ຄວາ​ມຈະ​ເລີ​ນຮຸ່ງ​ເຮືອງ​ຄືນ​ໃໝ່​ໄດ້​ຢ່າງ​ເດັດຂາດ.