ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ທ່ານ​ໂຈ​ໂກ ວິ​ໂດ​ໂດ

2020-08-19 10:21:21 |ມາຈາກ: CRI

ວັນ​ທີ 17 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ໄປ​ຍັງ​ທ່ານ​ໂຈ​ໂກ ວິ​ໂດ​ໂດ, ​ເພື່ອອວຍ​ພອນ​​ວັນ​ຊາດສາ​ທາ​ລະ​ນະ​ລັດ​ອິນ​ໂດ​ເນ​ເຊຍ​​ຄົບ​ຮອບ 75 ປີ.

ໃນ​ສານ​ຂອງທ່ານ​ສີ​ຈິ້ນ​ຜິງ ​ມີ​ເນື້ອ​ໃນ​ວ່າ, ປັດ​ຈຸ​ບັນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ໄດ້​ມີ​ທ່ວງ​ທ່າ​ຂະ​ຫ​ຍາຍ​ຕົວທີ່​ດີ​ງາມ. ສອງ​ຝ່າຍ​ໄດ້ຮ່ວມ​ກັນ​ຕ້າ​ນກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ທັງຊຸກ​ຍູ້​ການ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ກໍ​ຄື​ການ​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ຮັກ​ສາ​ສະ​ພາບ​ລວມ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໃນ​ໂລກ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປົກ​ປ້ອງ​ສຸ​ຂະ​ພາບ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ​ຄື​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ, ຍິນ​ດີ​​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ທ່ານ, ​ເພື່ອເອົາ​ຊະ​ນະ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຮ່ວມ​ກັນ​ສ້າງ​ສະ​ພາບການ​ໃໝ່​ທີ່​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ​ໃນ​ຍຸກ​ໃໝ່, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.