ເມື່ອເຈົ້າຍິ້ມຈັ່ງແມ່ນເປັນຕາເບິ່ງ | ເມືອງຢິງຈ່ຽງ ແຂວງຢຸນນານ: 5 ຊົນເຜົ່າໜຶ່ງຄອບຄົວ

2020-08-19 14:13:11 |ມາຈາກ: Yunnan Gateway

ຢູ່ຕາແສງຈ້ຽວເຊິງ ເມືອງຢິງຈ່ຽງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ຊົນເຜົ່າຈິງໂປເຕີຫົງ ແຂວງຢຸນນານ ມີໝູ່ບ້ານໜຶ່ງຊື່ວ່າ "ອູເຫີເຈ່ຍຢວນ",

ເຊິ່ງແມ່ນສະຖານທີ່ຍົກຍ້າຍຈັດສັນເພື່ອຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ,ໃນນີ້ໄດ້ສ້າງເຮືອນທີ່ມີລັກສະນະພິເສດຂອງຊົນເຜົ່າ, ເຊິ່ງແບ່ງອອກເປັນເຂດຊົນເຜົ່າລີຊູ, ເຂດຊົນເຜົ່າຈິງໂປ, ເຂດຊົນເຜົ່າຮ້ານ, ເຂດຊົນເຜົ່າດາຊາງ, ເຂດຊົນເຜົ່າໄທລື້, ແລະ ບໍ່ມີເຂດແດນຢູ່ລະຫວ່າງທຸກເຂດ. ຊາວເມືອງຂອງຫ້າຊົນເຜົ່າດຳລົງຊີວິດຢູ່ທີ່ນີ້ຢ່າງສະໜິດສະໜົມກົມກຽວ, ແລະ ວັດທະນະທຳຂອງຫ້າຊົນເຜົ່າໄດ້ ມີການແລກປ່ຽນ ແລະ ປະສານສົມທົບກັນຢູ່ທີ່ແຫ່ງນີ້.