ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳຫຼວດ​ກວດ​ເບິ່ງຢູ່​ແຂວງ​ອານ​ຮຸຍ

2020-08-19 14:16:02 |ມາຈາກ: CRI

ວັນ​ທີ 18 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ໄປ​ສຳຫຼວດ​ກວດ​ເບິ່ງຢູ່​ແຂວງ​ອານ​ຮຸຍ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ໄດ້​ໄປ​ຢ້ຽມ​ຢາມ​ເຂື່ອນ​ວາງ​ເຈ່ຍ​ປ້າ​ເມືອງ​ຟູ້​ໜານ​ນະ​ຄອນ​ຟູ້​ຢາງ, ບໍ​ລິ​ສັດ​ຜະ​ລິດ​ກະ​ເປົາ​ຫົງ​​ລ້ຽງຈຳ​ກັດ, ບ້ານ​ລີ້​ໝິນ​ຕາ​ແສງ​ສາວ​ຈີ, ກວ​ດ​ເບິ່ງ​ສະ​ພາບ​ການ​ນ້ຳ​ຂຶ້ນ​ຕາມ​ລ້ອງ​ແມ່​ນ້ຳ​ຫວາຍ​ເຫີ, ໄປ​ຢ້ຽມ​ຢາມ​ທົ່ງ​ນາ​ປະ​ຊ​າ​ຊົນ, ຊອກ​ຮູ້​ສະ​ພາບ​ການ​ປ້ອງ​ກັນ​ໄພ​ນ້ຳ​​ຖ້ວມ ແລະ ການ​ຟື້ນ​ຟູ​ການ​ຜະ​ລິດຫຼັງ​ໄພ​ຢູ່​ທ້ອງ​ຖິ່ນ, ທັງ​ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.