ແຂວງຢຸນນານບຳລຸງການກໍ່ສ້າງ 5 ຂະແໜງການທີ່ມີລະດັບ ມູນຄ່າການຜະລິດປະຈຳປີຮອດພັນຕື້ຢວນແລະ 8 ຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດຮ້ອຍຕື້ຢວນ

2020-08-20 16:27:41 |ມາຈາກ: Yunnan Gateway

ບໍ່ດົນມານີ້, ແຂວງຢຸນນານໄດ້ອອກແຈ້ງການ "ຂໍ້ຕົກລົງວ່າດ້ວຍການເລັ່ງລັດການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ", ແຂວງຢຸນນານໄດ້ສະເໜີເປົ້າໝາຍບຳລຸງການກໍ່ສ້າງ 5 ຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດພັນຕື້ຢວນ (ໝາຍເຖິງຂະແໜງການ ຫລື ກຸ່ມຂະແໜງການທີ່ມີມູນຄ່າການຜະລິດປະຈຳປີຫຼາຍກ່ວາໜຶ່ງພັນຕື້ຢວນ) ແລະ 8 ຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດຮ້ອຍຕື້ຢວນ (ຂະແໜງການ ຫລື ກຸ່ມຂະແໜງການທີ່ມີມູນຄ່າການຜະລິດປະຈຳປີຫຼາຍກ່ວາໜຶ່ງຮ້ອຍຕື້ຢວນ),ເພື່ອເປັນການສົ່ງເສີມໂຄງປະກອບຂະແໜງການຕັ້ງແຕ່ຂັ້ນຕ່ຳເຖິງຂັ້ນສູງ.

ແຂວງຢຸນນານບຳລຸງການກໍ່ສ້າງ 5 ຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດພັນຕື້ຢວນມີຄື ຂະແໜງການຜະລິດທີ່ກ້າວໜ້າ, ຂະແໜງການການທ່ອງທ່ຽວແລະວັດທະນະທຳ, ກະສິກຳທັນສະໄໝທີ່ມີລັກສະນະພິເສດຂອງພູພຽງ, ຂະແໜງການການຂົນສົ່ງທີ່ທັນສະໄໝ, ຂະແໜງການບໍລິການສຸຂະພາບ, 8 ຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດຮ້ອຍຕື້ຢວນມີຄື ພະລັງງານສີຂຽວ, ເສດຖະກິດດີຈີຕອນ, ຢາ ແລະ ຊີວະວິທະຍາ, ວັດສະດຸໃໝ່, ການປົກປັກຮັກສາສິ່ງແວດລ້ອມ, ຂະແໜງການບໍລິການດ້ານການເງິນ, ອຸດສາຫະກຳຊັບສິນທີ່ເປັນເຄຫະແລະທີ່ດິນ, ຕົ້ນຢາສູບ ແລະ ອຶ່ນໆ. ຮອດປີ 2035, “ບັດ 3 ແຜ່ນ” ເຊິ່ງເປັນລະດັບທີ່ເປັນ 1 ໃນໂລກ (“ພະລັງງານສີຂຽວ”, “ອາຫານສີຂຽວ”,ແລະ“ຈຸດເປົ້າໝາຍການດຳລົງຊີວິດທີ່ເຂັ້ມແຂງ” )ຈະກາຍເປັນຍີ່ຫໍ້ສັນຍາລັກຂອງແຂວງຢຸນນານ.