ຈີນ​ນຳໃຊ້​ 122 ມາດ​ຕະ​ການ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ເພີ່ມຈຸດ​ທົດ​ລອງ​ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​​ດ້ານການ​ຄ້າ​ແລະ​ກາ​ນ​ບໍ​ລິ​ການຕື່ມ​ອີກ

2020-08-20 17:58:45 |ມາຈາກ: CRI

ຫວ່າງ​ກ່ອ​ນ​ນີ້​ບໍ່​ດົນ, ກອງ​ປະ​ຊຸມ​ປະ​ຈຳ​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຕົກ​ລົງ​ຈະ​ລົງ​ເລິກການ​ພັດ​ທະ​ນາ​​ດ້ວຍ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ການ​ຄ້າ​ແລະ​ການ​ບໍ​ລິ​ການ​ຢ່າງ​ຮອບ​ດ້ານ​ຢູ່​ຈຸດ​ທົດ​ລອງ, ໄດ້​ອະ​ນຸ​ມັດ​​ແລະ​ພິມ​ເຜີຍ​ແຜ່ “ແຜນ​ການ​​ລວມກ່ຽວ​ກັບ​ການ​ລົງ​ເລິກ​ການ​ພັດ​ທະ​ນາ​ດ້ວຍ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ການ​ຄ້າ​ແລະ​ການ​ບໍ​ລິ​ການ​ຢ່າງ​ຮອບ​ດ້ານ​ຢູ່​ຈຸ​ດ​ທົດ​ລອງ”. ຕໍ່​ເລື່ອງ​ນີ້, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ​ແມ່ນ​ທິດ​ທາງ​ຂອງ​ການ​ພັດ​ທະ​ນາ​ທີ່​ສຳ​ຄັນ​​ຢູ່ຈຸດ​ທົດ​ລອງ ໂດຍ​ຈະ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ແລະ​ການ​ບໍ​ລິ​ການ​ຂອງ​ໂລກ.

ທ່ານ ສຽນ​ໂກ​ຢີ້ ຫົວ​ໜ້າ​ກົມ​ການ​ຄ້າ​ແລະ​ການ​ບໍ​ລິ​ການ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ໃຫ້​ຮູ້​ໃນ​ມື້​ດັ່ງ​ກ່າວ​ວ່າ: ຈຸດ​ທົດ​ລອງ​ໃໝ່​ໄດ້​ເພີ່ມ​ຈາກ​ຈຸດ​ທົດ​ລອງດັ້ງ​ເດີມ 17 ແຫ່ງ​ຂຶ້ນ​ເປັນ 28 ​ແຫ່ງ, ໄດ້​ເພີ່ມ​ເທດ​ສະ​ບານ​​ແຂວງ​ແລະນະ​ຄອນ​ໃນ​ແຜນ​ການທີ່​ມີ​ຈຸດ​ທົດ​ລອງ​ໃໝ່ 9 ແຫ່ງເຊັ່ນ: ນະ​ຄອນຕ້​າ​ຫຼຽນ, ນະ​ຄອນ​ເຊ້ຍ​ເຫມີນ,ນະ​ຄອນຊິ່ງ​ຕາວ​ແລະ​ນະ​ຄອນ​ສື​ເຈ່ຍ​ຈ​ວ່າງ​ເປັນ​ຕົ້ນ, ພ້ອມ​ທັງ​ໄດ້​ຈັດ​​ເອົາເຂດ​ພັດ​ທະ​ນາ​ໃໝ່​ກຸ້ຍ​ອ່ານ​ກັ​ບ​ນະ​ຄອນ​ກຸ້​ຍ​ຢາງ,ເຂດ​ພັດ​ທະ​ນາ​ໃໝ່​ຊີ່​ສຽນ​ກັບ​ນະ​ຄອນ​ຊີ​ອ່ານ​​ເຂົ້າເປັນ​ເຂດ​ພັດ​ທະ​ນາດຽວ, ເຂດ​ພັດ​ທະ​ນາ​ໃໝ່​ຂອງ​ນະ​ຄອນ​ຈຸ່ງ​ກິ່ງ​ທີ່​ຕັ້ງ​​ຢູ່​​ຕາມ​ລ້ອງ​ແມ່ນ້ຳ​ສອ​ງ​ສາຍໄດ້​ເປີດກວ້າງ​ອອກ​ເປັນ ​ 21 ເຂດ. ແຜນ​ການ​ດັ່ງ​ກ່າວ​ໄດ້​ສະ​ເໜີ​ໜ້າວຽກ​ໃຫ້ຈຸດ​ທົດ​ລອງ​ມີ 8 ໂຄງ​ການ​ໃນ 3 ດ້ານ, ​ມີ 122 ມາດ​ຕະ​ການ​ທີ່​ເປັນ​ຮູບ​ປະ​ທຳ. ທ່ານ​ກ່າວ​ເນັ້ນ​ຕື່ມ​ວ່າ: ລະ​ດັບ​ການ​ເປີດ​ປະ​ຕູ​ຢູ່​ຈຸດ​ທົດ​ລອງໃໝ່​ຈະ​ຖືກ​​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ.