ທ່ານ​ຫຼີ​ເຄີ້​ສຽງ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຜູ້​ນຳຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 3

2020-08-25 20:31:57 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 24ສິງ​ຫາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຜູ້​ນຳຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 3 ​ຜ່ານ​ທາງວີ​ດີ​ໂອ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່​ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານ​ປະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ແລະ ທ່ານ​ຫງວຽນ​​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ.

ທ່ານ​ຫຼີ​ເຄີ້​ສຽງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 6 ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຄື: 1,ເລີ່ມ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ, ຈີນ​ຈະ​ແບ່ງ​ປັນ​ຂໍ້​ມູນ​ອຸ​ທົກ​ກະ​ສາດ ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ​​ຕະຫຼອດ​ປີໃຫ້ກັບ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ, ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ຢ່າງ​ເປັນ​ປະ​ຈຳ, ສ້າງ​ຈຸດ​​ພົ້ນເດັ່ນ​​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ. 2,ເຊື່ອມ​ຕໍ່ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ກັບ “ເສັ້​ນ​ທາງ​ໃໝ່​​ຂອງ​ການ​ຄ້າ​ທາງ​ບົກ​ ແລະ ທາງ​ທະ​ເລ​ສາ​ກົນ”, ສ້າງ “​ຊ່ອງທາງ ​ທີ່​ສະ​ດວກວ່ອງ​ໄວ”ຂອງ​ພາກ​ພື້ນ ແລະ ເຄືອ​ຂ່າຍ “​ຊ່ອງທາງ​ສີ​ຂຽວ”, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ບຸກ​ຄະ​ລາ​ກອນ ແລະ ການ​ຈໍ​ລະ​ຈອນ​​ສິນ​ຄ້າ. 3, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຈັດ​ຕັ້ງປະ​ຕິ​ບັດ​ບັນ​ດາໂຄງ​ການ “ຜົນ​ການ​ຮ່ວມ​ມື​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ”​ໃຫ້​ດີ; 4,ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ສ​າ​ທາ​ລະ​ນະ​ສຸກ, ຫຼັງ​ຈາກ​ຈີນປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄົ້ນ​ຄວ້າ ແລະ ນຳ​ໃຊ້​ຢາ​ວັກ​ແຊງ​ຕ້ານ​ພະ​ຍາດ​ໂຄວິດ-19 ແລ້ວ, ຈະ​ໃຫ້​ບູ​ລິ​ມະ​ນິດ​ໃນ​ການ​ສະ​ໜອງ​​ວັກ​ແຊງ ​ແກ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ; 5, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ເຮັດ​ໃຫ້​ໂຄງການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ນຳ​ເອົາ​ປະ​ໂຫຍດ​ມາ​ໃຫ້​​ປະ​ຊາ​ຊົນ​ຂັ້ນ​ຮາກ​ຖານຫຼາຍກວ່າ​ເກົ່າ. 6, ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ເປີດ​ປະ​ຕູ​ສູ່​ພາ​ຍນອກ ແລະ ກວມ​ລວມ, ຊຸກ​ຍູ້ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໃຫ້​ມີ​ການ​ແລກ​ປ່ຽນ ແລະ ຮ່ວມ​ມື​ກັບ​ກົນ​ໄກ​ການ​ຮ່ວມ​ມື​ໃນອ​ະ​ນຸ​ພາກ​ພື້ນ​ອື່ນ.

ຜູ້​ນຳ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ​ຂອງ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ທັງ​ເຫັນ​ດີ​ຕໍ່​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ທີ່​ທ່ານຫຼີ​ເຄີ້​ສຽງ​ສະ​ເໜີ​ອອກ, ໄດ້​ສະ​ແດງ​ຄວາມເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມ​ຄືບ​ໜ້າ​ໃນ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ, ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ, ຊຸກ​ຍູ້​ເສດ​ຖະ​ກິດ​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ທີ່​ມີ​ປະ​ສິດ​ທິ​ຜົນ.

ມຽນ​ມາ​ໄດ້​ຮັບ​​ໜ້າ​ທີ່​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ໃນ ກອງ​ປະ​ຊຸມ​ຜູ້​ນຳ​ຂອບການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ຕໍ່​ໄປ. ກອງ​ປະ​ຊຸມ​ໄດ້​ອອກ “ຖະ​ແຫຼງ​ການ​ວຽງ​ຈັນ” ແລະ “ຖະ​ແຫຼງ​ການ​ປະ​ທານ​ຮ່ວມ​ກ່ຽວ​ກັບ​ການ​ເຊື່ອມ​​ຕໍ່ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ກັບ ເສັ້​ນ​ທາງ​ໃໝ່​ຂອງ​ການ​ຄ້າ​ທາງ​ບົກ​ ແລະ ທາງ​ທະ​ເລ​ສາ​ກົນ”.