ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ມີ​ວິ​ໄສ​ທັດ​ໄລ​ຍະ​ຍາວ ກຳ​ແໜ້ນທ່ວງທ່າ​​ລວມ ​ເປີດກວ້າງ​ການ​ລະ​ດົມຂໍ​ຄວາມ​ເຫັນ​ ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ ​ເພື່ອຄົ້ນ​ຄວ້າ​ສະ​ພາບ​ການ​ໃໝ່​ວາງ​ແຜນ​ຜັງ​ໃໝ່

2020-08-26 17:50:52 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 24 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກັບຊ່ຽວ​ຊານ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​​ທຳ​ນຽບ​ຈົ່ງ​ນານ​ໄຫ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທັງ​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ໄລ​ຍະດຳ​ເນີນ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມແຫ່ງ​ຊາດ 5 ປີ ຄັ້ງ​ທີ 14, ​ກໍແມ່ນ 5 ປີ​ທຳ​ອິດຫຼັງ​ຈາກ​​ທີ່ຈີນ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ທັງ​ແມ່ນ​ການບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ໃນ​ເຫດ​ການ​ປະ​ຫວັດ​ສາດ​​ສຳ​ຄັນຮ້ອຍ​ປີ ປະ​ການທຳ​ອິດ, ​ເປັນ​ການເປີດ​ຂະ​ບວນ​ການ​ໃໝ່​​ໃນການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄ​ໝ​ຢ່າງ​ຮອບ​ດ້ານ ແລະ ກ້າວ​ໄປ​ສູ່ ເປົ້າ​ໝາຍ​ສູ້​ຊົນ​ໃນ​ເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ​ຮ້ອຍ​ປີປະ​ການ​ທີ2, ຈີນ​ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ອັນ​ໃໝ່. ບໍ່​ວ່າ​ສິ່ງ​ໃດກໍ​ຄວນ​ມີ​ການ​ກະ​ກຽມ​ວາງ​ແຜນ​ໄວ້​ລ່ວງ​ໜ້າ​ຈຶ່ງ​ຈະ​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້, ຖ້າ​ບໍ່​ມີ​ແຜນ​​ການ​ລ່ວງ​ໜ້າກໍ​ຈະ​ລົ້ມ​ລະ​ລາຍ. ພວກ​ເຮົາ​ຕ້ອງ​​ມີ​ວິ​ໄສ​ທັດ​ໄລ​ຍະ​ຍາວ ກຳ​ແໜ້ນ​ທ່ວງ​ທ່າ​​ລວມ ​ເປີດກວ້າງ​ການ​ລະ​ດົມ​ຄວາມ​ເຫັນ ແລະ​ ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ ​ເພື່ອຄົ້ນ​ຄວ້າ​ສະ​ພາບ​ການ​ໃໝ່​ ແລະ ວາງ​ແຜນ​ການໃໝ່.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງມີ​ແນວ​​ຄິດ​ສັດ​ຈະ​ວິ​ພາກ​ຕໍ່​ກາລະ​ໂອ​ກາດ​ອັນ​ໃໝ່ ແລະ ສິ່ງ​ທ້າ​ທາຍ​ອັນ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່. ຕ້ອງ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາໃໝ່​ໂດຍ​ຖື​ເອົາການ​ສ້າງ​ຮອບ​ໝູນ​ວຽນ​ເສດ​ຖະ​ກິດ​ແຫ່ງ​ຊາດ​ທີ່​ສະ​ດວກ​ເປັນຫຼັກ. ​ການ​ສ້າງສະ​ພາບ​ການ​ພັດ​ທະ​ນາ​​ໃໝ່​ບໍ່​ແມ່ນ​ການ​ສ້າງຮອບ​ໝູນ​ວຽນ​ພາຍ​ໃນ​ປະ​ເທດ​ທີ່​ປິດ​ກັ້ນ​ຕົນ​ເອງ, ແຕ່​​ຫາກແມ່ນ​ການ​ສ້າງ​ຮອບ​ໝູນ​ວຽນ​ແບບ​ເປີດກວ້າງ​ທັງ​ພາຍ​ໃນ​ແລະ​ ​ຕ່າງ​ປະ​ເທດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ແລະ​ກັນ. ຕ້ອງ​ໃຊ້​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເພື່ອ​ກະ​ຕຸກ​ຊຸກ​ຍູ້​ແຮງ​ຂັບ​ເຄື່ອນ​ອັນ​ໃໝ່​ໃນ​ການ​ພັດ​ທະ​ນາ. ຖ້າ​ຢາກ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ກໍ​ຕ້ອ​ງ​ບັນ​ລຸ​ການ​ເຕີບ​ໂຕ​ທີ່​ເນັ້ນ​ປະ​ສິດ​ທິ​ພາບ​ສູງ ແລະ ຂັບ​ເຄື່ອນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່, ອອກ​ແຮງ​ຍົກ​ສູງ​ຄວາມ​ສາ​ມາດ​ທີ່​ປະ​ດິດ​ສ້າງ​ໃໝ່​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ບຸກ​ທະ​ລຸ​​ການ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ​ແກນ​ກາງ​ໂດຍ​ໄວ. ຕ້ອງນຳ​ໃຊ້​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ເພື່ອ​ກະ​ຕຸກ​ຊຸກ​ຍູ້ການ​ພັດ​ທະ​ນາຢ່າງ​ມີ​ຊີ​ວິດ​ຊີ​ວາ. ຄຽງ​ຄູ່​ກັບ​ຈີນ​ພວມ​ກ້າວ​ເຂົ້າ​ສູ່ການ​ພັດ​ທະ​ນາ​​ໃນ​ໄລ​ຍະ​ໃໝ່, ການ​ປະ​ຕິ​ຮູບ​ກໍ​ໄດ້​ຜະ​ເຊີນ​ກັບ​ໜ້າ​ທີ່​ໃໝ່, ​ສະ​ນັ້ນຕ້ອງ​ໃຊ້​ຄວາມ​ກ້າ​ຫານຫຼາຍກວ່າ​ເກົ່າ, ​ມີມາດ​ຕະ​ການຫຼາຍກວ່າ​ເກົ່າ​ເພື່ອ​ລຶບ​ລ້າງ​ອຸ​ປະ​ສັກ​ດ້ານ​ໂຄງ​ປະ​ກອບ ແລະ ກົນ​ໄກ​ໃນ​ລະ​ດັບ​ທີ່​ເລິກ​ເຊິ່ງ, ຍຶດ​ໝັ້ນ ແລະ ບູ​ລະ​ນະ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ລະ​ບົບ​ບໍ​ລິ​ຫານ​ປະ​ເທດ ແລະ ​ສ້າງຄວາມ​ສາ​ມາດ​ດ້ານ​ການ​ບໍ​ລິ​ຫານ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ວ່າ, ຕ້ອງ​ໃຊ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ​ເພື່ອ​ສ້າງ​ທ່າ​ແຮງ​ໃໝ່​ໃນ​ການ​ຮ່ວມ​ມື​ ແລະ ການ​ແຂ່ງ​ຂັນ​ສາ​ກົນ. ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູ​ບ​ລະ​ບົບ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ໂລກ, ຊຸກ​ຍູ້​ການ​ປັບ​ປຸງ​ລະ​ບົບ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ໂລກ​ທີ່​ມີ​ຄວາມ​ຍຸດ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.