ໃນອະນາຄົດ 15 ປີ, ຂະແໜງການຜະລິດທີ່ກ້າວໜ້າຂອງແຂວງຢຸນນານຈະພັດທະນາຢ່າງວ່ອງໄວ

2020-08-27 16:42:21 |ມາຈາກ: Yunnan Gateway

ຂະແໜງການຜະລິດແມ່ນປັດໃຈທີ່ຕັດສິນຂອງຄວາມເຂັ້ມແຂງສັງລວມ ແລະ ຄວາມສາມາດການແຂ່ງຂັນຂອງປະເທດໜຶ່ງ ຫຼື ພາກພື້ນ. ໃນປີ 2019,ລາຍຮັບຈາກທຸລະກິດຂະແໜງການຜະລິດຂອງແຂວງຢຸນນານເກືອບຮອດ 1,2 ພັນຕື້ຢວນ (173,52 ຕື້ໂດລາ), ເຊິ່ງກວມເອົາ 81,5% ຂອງອຸດສາຫະກຳທີ່ແຂວງຢຸນນານ, ແລະ ເປັນເສົາຄ້ຳທີ່ສຳຄັນຂອງເສດຖະກິດຂອງແຂວງຢຸນນານ ແລະ ທາງພາກຕາເວັນຕົກສ່ຽງໃຕ້ໃນປະເທດຈີນ.

ການເລັ່ງລັດການພັດທະນາຂະແໜງການຜະລິດທີ່ກ້າວໜ້າ,ກໍ່ສາມາດຊຸກຍູ້ການພັດທະນາທີ່ປະສົມກັນໃນເສດຖະກິດຢ່າງແທ້ຈິງ, ການປະດິດສ້າງໃຫມ່ທາງເຕັກໂນໂລຢີ, ການເງິນທີ່ທັນສະໄໝ ແລະ ຊັບພະຍາກອນມະນຸດ, ກໍ່ກຳລັງກ້າວເຂົ້າສູ່ເສັ້ນທາງແຫ່ງການພັດທະນາທີ່ມີຄຸນນະພາບສູງ. ສະນັ້ນ, ການກໍ່ສ້າງລະບົບເສດຖະກິດທີ່ທັນສະໄໝ, ຈຸດສຸມແມ່ນຂະແໜງການຜະລິດ.

ໃນອະນາຄົດ, ຢຸນນານຈະພັດທະນາຂະແໜງການຜະລິດແນວໃດ?

ອິງຕາມ "ຂໍ້ຕົກລົງວ່າດ້ວຍການເລັ່ງລັດການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ" ທີ່ແຂວງຢຸນນານໄດ້ກຳນົດອອກມາກ່ອນໜ້ານີ້,  ໃນອະນາຄົດ 15 ປີ, ແຂວງຢຸນນານຈະບຳລຸງການກໍ່ສ້າງ 5 ຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດພັນຕື້ຢວນເຊັ່ນ ຂະແໜງການຜະລິດທີ່ກ້າວໜ້າ ແລະ ອື່ນໆ.

ໂດຍມີເຂດພາກກາງຂອງແຂວງຢຸນນານເປັນແກນກາງ, ພັດທະນາຂະແໜງການຢ່າງແຂງແຮງເຊັ່ນ ດ້ານການຜະລິດອຸປະກອນທີ່ກ້າວໜ້າ, ລົດພະລັງງານໃໝ່, ຂໍ້ມູນຂ່າວສານເອເລັກໂຕຣນິກ, ອຸດສາຫະກຳເຄມີນ້ຳມັນເຊື້ອໄຟ ແລະ ອື່ນໆ;ສຳລັບເຂດທີ່ມີພື້ນຖານອຸດສາຫະກຳດີກວ່າຂອງແຂວງຢຸນນານ, ພວກເຮົາຈະສຸມກຳລັງແຮງພັດທະນາຂະແໜງການຜະລິດທີ່ກ້າວໜ້າເຊັ່ນ: ໂລຫະທີ່ບໍ່ແມ່ນເຫຼັກ ແລະ ການປຸງແຕ່ງຂັ້ນສູງ, ການຜະລິດອາຫານ ແລະ ເຄື່ອງອຸປະໂພກບໍລິໂພກ ແລະ ອື່ນໆ.

ຮອດປີ2025, ລາຍຮັບຈາກທຸລະກິດຂອງຂະແໜງການຜະລິດແຂວງຢຸນນານຈະມີເກືອບ 1,5 ພັນຕື້ຢວນ (216,9 ຕື້ໂດລາ), ຮອດປີ2030, ຈະມີເຖິງ 2,9 ພັນຕື້ຢວນ (419,34ຕື້ໂດລາ), ຂະແໜງການຜະລິດທີ່ກ້າວໜ້າກວມເອົາ 15% ຂອງ GDP, ຮອດປີ2035, ລະດັບອຸປະກອນຂອງຂະແໜງການຜະລິດຈະບັນລຸລະດັບຄວາມກ້າວໜ້າຂອງພາຍໃນ, ປະກອບສ້າງເປັນກຸ່ມໜຶ່ງຂອງຂະແໜງການຜະລິດ ລະດັບຊາດ.

ແຂວງຢຸນນານສະໜັບສະໜູນການພັດທະນາຂະແໜງການຜະລິດແນວໃດ?

ແຂວງຢຸນນານຈະເສີມຂະຫຍາຍທ່າແຮງໃນດ້ານພະລັງງານສີຂຽວ, ເລັ່ງລັດການພັດທະນາຂະແໜງການຜະລິດທີ່ກ້າວໜ້າເຊັ່ນ: ອະລູມິນຽມສີຂຽວ ແລະ ຊິລິກສີຂຽວ, ເພີ່ມທະວີການຈັດວາງພື້ນຖານໂຄງລ່າງໃໝ່ເຊັ່ນ 5G, ສູນກາງດິຈິຕອນ, ແລະ ເວທີການນຳໃຊ້ປັນຍາປະດິດ, ໂດຍໃຊ້ເຕັກໂນໂລຢີປະດິດສ້າງໃຫມ່ສະໜັບສະໜູນການພັດທະນາຂະແໜງການຜະລິດທີ່ກ້າວໜ້າ.

ແຂວງຢຸນນານຍັງຈະສົ່ງເສີມພາກພື້ນທີ່ສຳຄັນ ແລະ ວິສາຫະກິດທີ່ສຳຄັນຂອງຢຸນນານເລັ່ງການສຳຫຼວດຊອກຫາຮູບແບບໃໝ່ໃນການພັດທະນາແບບປະສົມປະສານຂອງຂະແໜງການຜະລິດທີ່ກ້າວໜ້າ ແລະ ຂະແໜງການບໍລິການທີ່ທັນສະໄໝ. ປະຕິບັດການຝຶກອົບຮົມ,ນຳເຂົ້າ ແລະ ການປະຕິຮູບວຽກງານຂອງບຸກຄະລາກອນທາງເຕັກນິກ ແລະ ທັກສະໃນຂະແໜງການຜະລິດທີ່ກ້າວໜ້າໃຫ້ດີ. ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມນິເວດ, ການຄຸ້ມຄອງ ແລະ ຄວບຄຸມເພື່ອນຳໃຊ້ຊັບພະຍາກອນທີ່ສົມເຫດສົມຜົນ, ແລະຍົກລະດັບປົວແປງຕໍ່ວິສາຫະກິດການຜະລິດແບບດັ້ງເດີມ.