ແຂວງຢຸນນານຈະກໍ່ສ້າງໃຫ້ກາຍເປັນສູນກາງກະຈາຍການພັດທະນາປະດິດສ້າງໃຫມ່ຂອງກະສິກຳທີ່ມີລັກສະນະພິເສດທີ່ອ່ວຍໜ້າສູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້

2020-08-27 16:46:31 |ມາຈາກ: Yunnan Gateway

ໃນມື້ມໍ່ໆມານີ້, ແຂວງຢຸນນານໄດ້ອອກແຈ້ງການ "ຂໍ້ຕົກລົງວ່າດ້ວຍການເລັ່ງລັດການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ", ກຳນົດຈະແຈ້ງເປົ້າໝາຍຂອງແຂວງຢຸນນານກ່ຽວກັບ ການສ້າງກະສິກຳທັນສະໄໝທີ່ມີລັກສະນະພິເສດພູພຽງ ໃຫ້ກາຍເປັນຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດພັນຕື້ຢວນ ຄື: ຮອດປີ 2025, ມູນຄ່າການຜະລິດທັງໝົດ ແລະ ມູນຄ່າການຜະລິດປຸງແຕ່ງຂອງຂະແໜງການກະສິກຳ, ປ່າໄມ້, ການລ້ຽງສັດ ແລະ ການປະມົງຂອງແຂວງຢຸນນານຄາດວ່າຈະບັນລຸ 2 ພັນຕື້ຢວນ. ຮອດປີ 2030, ຕົວເລກນີ້ຈະບັນລຸ 3 ພັນຕື້ຢວນ,ໃນນັ້ນ, ກະສິກຳທັນສະໄໝທີ່ມີລັກສະນະພິເສດພູພຽງກວມເອົາ 10% ຂອງ GDP ແຂວງຢຸນນານ.ຮອດປີ 2035, ແຂວງຢຸນນານຈະກາຍເປັນສະຖານທີ່ພື້ນຖານຂອງຜະລິດຕະພັນກະສິກຳສີຂຽວແຫ່ງຊາດ ແລະ ເປັນສູນກາງກະຈາຍການພັດທະນາປະດິດສ້າງໃຫມ່ກະສິກຳທີ່ມີລັກສະນະພິເສດທີ່ອ່ວຍຫນ້າສູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້.

ໃນປີ 2019, ມູນຄ່າການສົ່ງອອກຜະລິດຕະພັນກະສິກຳຂອງແຂວງຢຸນນານມີ 33,1 ຕື້ຢວນ, ເປັນອັນດັບທີ 6 ຂອງປະເທດຈີນ, ລວມຍອດຜະລິດຕະພັນທັງໝົດມີ 1.746 ໜ່ວຍຈາກບໍລິສັດ 501 ແຫ່ງທີ່ໄດ້ຮັບໃບຢັ້ງຢືນອາຫານສີຂຽວ, ແລະ ຄຸນນະພາບການພັດທະນາກະສິກຳໄດ້ຮັບການປັບປຸງດີຂື້ນ.ຊາ, ດອກໄມ້, ໝາກໄມ້, ຜັກ, ໝາກກໍ່, ຢາພື້ນເມືອງຈີນ, ຊີ້ນງົວ, ໝູ ແລະ ອື່ນໆໄດ້ກາຍເປັນຂະແໜງການອັນສຳຄັນໃນການພັດທະນາກະສິກຳທັນສະໄໝທີ່ມີລັກສະນະພີເສດພູພຽງຢູ່ແຂວງຢຸນນານ.

ອິງຕາມເປົ້າໝາຍໃນ "ຂໍ້ຕົກລົງວ່າດ້ວຍການເລັ່ງລັດການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ", ອັນທີໜຶ່ງ, ແຂວງຢຸນນານຈະປິ່ນອ້ອມຂະແໜງການທີ່ສຳຄັນດັ່ງກວ່ານີ້ເປັນອັນທຳອິດ, ປັບປຸງຍົກລະດັບໃນດ້ານຂະໜາດ, ການຈັດຕັ້ງ, ຕະຫຼາດ ແລະ ຍີ່ຫໍ້ຂອງກະສິກຳ, ພະຍາຍາມສ້າງໃຫ້ເປັນ “ອາຫານສີຂຽວ” ລະດັບໂລກ, ແລະ ສຳເລັດການກໍ່ສ້າງລະບົບຂະແໜງການກະສິກຳທີ່ທັນສະໄໝ.

ອັນທີສອງ, ແຂວງຢຸນນານຈະສືບຕໍ່ປັບປຸງເງື່ອນໄຂການຜະລິດ ແລະ ວິທີການຜະລິດຂອງຂະແໜງກະສິກຳ, ໂດຍຜ່ານການສ້າງດິນກະສິກຳທີ່ມີມາດຕະຖານສູງ, ພັດທະນາການປຸງແຕ່ງຜະລິດຕະພັນກະສິກຳລັກສະນະພິເສດ, ປັບປຸງອຸປະກອນການຈໍລະຈອນແຈກຢາຍຕ່ອງໂສ້ເຢັນຮັກສາອຸນຫະພູນ ແລະ ເກັບມ້ຽນຜະລິດຕະພັນກະສິກຳ, ເລັ່ງລັດໃສ່ເຄືອຂ່າຍຂໍ້ມູນຂ່າວສານທີ່ທັນສະໄໝ ແລະ ເຕັກໂນໂລຢີດີຈີຕອນເຂົ້າໃນການນຳໃຊ້ໃນດ້ານກະສິກຳ, ແລະ ການປົກຫຸ້ມຂອງອຸປະກອນບໍລິການສາທາລະນະຂັ້ນພື້ນຖານໃນຊົນນະບົດ, ຍົກລະດັບຄວາມສາມາດການຜະລິດສັງລວມຂອງແຂວງຢຸນນານ ແລະ ສຳເລັດການກໍ່ສ້າງລະບົບຂະແໜງການກະສິກຳທີ່ທັນສະໄໝ.

ນອກຈາກນັ້ນ, ແຂວງຢຸນນານຍັງຈະປະຕິຮູບຊົນນະບົດຢ່າງລົງເລິກ, ຍົກສູງລະດັບການຈັດຕັ້ງການພັດທະນາກະສິກຳ, ສົ່ງເສີມທຸລະກິດຫລາຍຮູບແບບເຊັ່ນ: ທຸລະກິດຄອບຄົວ, ທຸລະກິດສະຫະກອນ, ແລະ ທຸລະກິດຂອງບໍລິສັດ, ກໍ່ສ້າງລະບົບທຸລະກິດກະສິກຳທີ່ທັນສະໄໝ.