ເຄັດ​ລັບ​ດ້າ​ນ​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ​ເສິນ​ເຈິ້ນ

2020-08-27 16:57:44 |ມາຈາກ: CRI

ວັນ​ທີ 26 ສິງ​ຫາ​ນີ້​ເປັນ​ວັນ​ລະ​ນຶກ​ການ​ສ້າງ​ຕັ້ງເຂດ​ເສດ​ຖະ​ກິດ​ພິ​ເສດ​ເສິນ​ເຈິ້ນ​ຄົບ​ຮອບ 40 ປີ. ຕະຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ, ນະ​ຄອນ​ເສິນ​ເຈິ້ນ​ໄດ້​​ພັດ​ທະ​ນາຈາກ​ເມືອງ​ກະ​ສິ​ກຳຫຼ້າຫຼັງ​​ໃນ​ເຂດຊາຍ​ແດນ​ກາຍ​ເປັນ​ຕົວ​ເມືອງ​​ທີ່​ມີ​ຫົວ​ຄິດປະ​ດິດ​ສ້າງ​ໃໝ່​​ລະ​ດັບສາ​ກົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ນະ​ຄອນ​ເສິນ​ເຈິ້ນ​​ເມື່ອ 40 ປີ​ກ່ອນ​ມີບໍ່​ເຖິງ 200 ລ້ວນຢວນ​​ໄດ້​ເພີ່ມ​ຂຶ້ນ​ເປັນ 2700 ຕື້ຢວນ​ໃນ​ປັດ​ຈຸ​ບັນ. ໃນ​ຖາ​ນະ​ເປັນ “ປະ​ຕູ” ແຫ່ງ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ເປັນ​ຫຍັງ, ນະ​ຄ​ອນ​ເສິນ​ເຈິ້ນ​ຈິ່ງ​​ສາ​ມາດສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ດ້ານ​ການ​ພັດ​ທະ​ນາ​ໄດ້​ຄື​ແນວ​ນີ້?

“ການ​ພັດ​ທະ​ນາ​ທີ່​ວ່ອງ​ໄວ​ຂອງ​ເສິນ​ເຈິ້ນ” ເປັນ​ຄວາມ​ກະ​ຕື​ລື​ລົ້ນ​ ທີ່​ກຳ​ເນີດ​ເກີດ​ຈາກ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ. ໃນ​ໄລ​ຍະ 40 ປີ​ມາ​ນີ້, ເຂດ​ເສດ​ຖະ​ກິດ​ພິ​ເສດ​ເສິນ​ເຈິ້ນ​ໄດ້​​ສ້າງຂອບພື້ນ​ຖານ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຕະຫຼາດ​ສັງ​ຄົມ​ນິ​ຍົມ​ກ່ອນ​ໝູ່, ໄດ້​ຊຸກ​ຍູ້​ເສດ​ຖະ​ກິດ​ຕະຫຼາດ​​ໃຫ້​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ໃຫຍ່​ຈີນ ດ້ວຍ​​ແຜນ​ຍຸດ​ທະ​ສາດ​ “ຈຸດ​ທົດ​ລອງ”.

ໃນ​ຂະ​ບວນ​ການ​ສ້າງ​​ຄວາມມະ​ຫັດ​ສະ​ຈັນ​ດ້ານ​ການ​ພັດ​ທະ​ນາ, ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ໄດ້​ກາຍເປັນ​ກຳ​ລັງ​ຊຸກ​ດັນ​ຕົ້ນ​ຕໍ​ຂອງ​ນະ​ຄອນ​ເສິນ​ເຈິ້ນ. ປີ 2000, ນະ​ຄອນ​ເສິນ​ເຈິ້ນ​ໄດ້​ນຳ​ໜ້າ​​ໃນ​ການຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​​ໃນ​ຮູບ​ແບບການ​ຄ້າ​ປຸງ​ແຕ່ງ​ມາ​ສູ່​ການ​ພັດ​ທະ​ນາ​ເຕັກ​ນິກ​ຂັ້ນ​ສູງ​ແລະ​ໃໝ່. ປີ 2008 ແລະ ປີ 2009, ໄດ້​ນຳ​ໜ້າ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຈະ​ເລີນໃໝ່​ທາງ​ຍຸດ​ທະ​ສາດ, ປີ 2013, ໄດ້​ນຳ​ໜ້າ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ອະ​ນາ​ຄົດ​ຕ່າງໆ ເຊັ່ນ: ​ອຸດ​ສາ​ຫະ​ກຳສຸ​ຂະ​ພາ​ບ​ແລະ​ຊີ​ວິດ, ອຸ​ປະ​ກອນ​ເອ​ເລັກ​ໂຕ​ຣ​ນິກແບບ​ສວມ​ໃສ່ ແລະ ອື່ນໆ. ປັດ​ຈຸ​ບັນ, ນະ​ຄ​ອນ​ເສິນ​ເຈິ້ນ​ໄດ້​ສ້າງ​ສະ​ຖາ​ນີ​ສົ່ງ​ສັ​ນ​ຍານ 5G ຈຳ​ນວນ 46.000 ກວ່າ​ແຫ່ງ​ແລ້ວ, ໄດ້​ສ້າງ​ເປັນ​ຕົວ​ເມືອງ 5G ແຫ່ງ​ທຳ​ອິດ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

40 ປີ​ມາ​ນີ້, ນະ​ຄ​ອນ​ເສິນ​ເຈິ້ນ​ໄດ້​ເສີມ​ຂະ​ຫຍາຍ “ລັກ​ສະ​ນະ​ພິ​ເສດ​ຂອງ​ເຂດ​ພິ​ເສດ”, ພະ​ຍາ​ຍາ​ມ​ສ້າງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຕະຫຼາດ, ແບບ​​ປົກ​ຄອງ​ດ້ວຍ​ກົດ​ໝາຍ ແລະ ແບບ​ສາ​ກົນ, ອົບ​ຮົມ​ບົ່ມ​ສ້າງ​ພື້ນ​ຖານ​ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນ​ຂະ​ນະ​ດຽວ​ກັນ, ກໍ່​ອ້າ​ແຂນ​ຕ້ອ​ນ​ຮັບທົ່ວ​ໂລກ​ດ້ວຍ​​ຈິດ​ໃຈ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ນຳ​ເອົາ​ໂອ​ກາດ​ພັດ​ທະ​ນາຫຼາຍກວ່າ​ເກົ່າ​ມາ​ໃຫ້​ທົ່ວ​ໂລກ.

ປັດ​ຈຸ​ບັນ, ນະ​ຄອນ​ເສິນ​ເຈິ້ນ​ພວມ​ພະ​ຍາ​ຍາມ​​ນຳ​ໜ້າ​ໃນ​ການສ້າງ​ເຂດ​ຕົວ​ແບບ​​ຂອງການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ນີ້​ແມ່ນ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ ຈາກ​ຈຸ​ດເລີ່ມ​ຕົ້ນ​ທີ່​ສູງກວ່າ​ເກົ່າ, ມີ​ລະ​ດັບ​ສູງກວ່າ​ເກົ່າ ແລະ ມີ​ເປົ້າ​ໝາຍ​ສູງກວ່າ​ເກົ່າ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ສະ​ຖາ​ນະ​ການ​ສາ​ກົນ​ນັບ​ມື້​ນັບ​ສັບ​ສົນ, ​ບໍ່​ໝັ້ນ​ທ່ຽງ ແລະ ບໍ່​ແນ່ນອນ​ເພີ່ມ​ຂຶ້ນ​​ນັ້ນ, ນະ​ຄອນ​ເສິນ​ເຈິ້ນ​ທີ່​ມີ​ຄວາມ​ວ່ອງ​ໄວ, ມີ​​ການ​ປະ​ດິດ​ສ້າງ​ໃໝ່ ແລະ ຕັ້ງ​ໃຈ​ເປີດ​ປະ​ຕູ​ສູ່​ພາຍນອກ​ນັ້ນ, ຈະ​ສາ​ມາດ​ສ່ອງ​ແສງ​ໃຫ້​ເຫັນວ່າ: “ຈີນ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ” ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ​ນີ້ຍ່ອມ​ຈະ​ເປັນ​ການ​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ດ້ານ​ການ​ພັດ​ທະ​ນາ​ໃໝ່​​ໄດ້​ຢ່າງຫຼາຍກວ່າ​ເກົ່າ ແລະ ນຳ​ເອົາ​ໂອ​ກາດການ​ພັດ​ທະ​ນາ​ມາ​ໃຫ້​ໂລກ​ໄດ້ຫຼາຍກວ່າ​ເກົ່າ.