ມີ 148 ປະ​ເທດ​ແລະ​ເຂດ​ແຄວ້ນ​ຈະ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ​ການ​ຄ້າ​​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2020

2020-09-04 18:09:44 |ມາຈາກ: CRI

ງານ​ຕະຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2020 ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 4 ກັນ​ຍານີ້, ຕອນ​ບ່າຍ​ວັນ​ທີ 3 ກັນ​ຍາ, ທ່ານ​ຢາງ​ຈິ້ນ​ປາຍ ຮອງ​ເຈົ້າ​ຄອງ​ນະ​ຄອນຫຼວງ​ປັກ​ກິ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ງານ​ຕະຫຼາດ​ນັດ​ການ​ຄ້າ​ແລະ​ການ​ບໍ​ລິ​ການ​ຄັ້ງ​ນີ້​ຈະ​ມີ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ສະ​ຖານ​ທູດຕ່າງ​ປະ​ເທດ​ປະ​ຈຳ​ຈີນ, ສະ​ມາ​ຄົມ​ ​ອົງ​ການ​ການ​ຄ້າແລະ​ວິ​ສາ​ຫະ​ກິດ​ຂອງ​ຕ່າງ​ປະ​ເທດ ​ທີ່​ມາ​ຈາກ 148 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ.

ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ເກັ່ງ​ທາງ​ດ້ານ​ການ​ຄ້າ​​ການ​ບໍ​ລິ​ການ​ໃນ​ໂລກ​ລ້ວນ​ແຕ່​ມີ​ອົງ​ການ​ແລະ​ວິ​ສາ​ຫະ​ກິດຂອງ​ຕົນ​ເຂົ້າ​ຮ່ວມ, ລວມ​ມີ​ວິ​ສາ​ຫະ​ກິດ​ແລະ​ອົງ​ການ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ 18 ພັນ​ແຫ່ງ​ໄດ້​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​​ຄັ້ງນີ້, ເຊິ່ງ​ມີຫຼາຍກວ່າ 1 ແສນ​ຄົນ​ໄດ້​ລົງ​ທະ​ບຽນ​​ເຂົ້າ​ຮ່ວມ​ງານ​ແລ້ວ.

ງານ​ຕະຫຼາດ​ນັດ​ການ​ຄ້າ​ແລະ​ການ​ບໍ​ລິ​ການ​ປີ 2020 ໄດ້​ມີ​ຫົວ​ຂໍ້​ຫຼັກ​ວ່າ: ບໍ​ລິ​ການ​ທົ່ວ​ໂລກ, ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ໄດ້​ຈັດ​ໃຫ້​ມີ​ກິດ​ຈະ​ກຳ 7 ປະ​ເພດ​ເຊັ່ນ: ກິດ​ຈະ​ກຳ​ສຳ​ຄັນ, ເວ​ທີ​ປຶກ​ສາ​ຫາ​ລື​​ຂັ້ນ​ສູງ, ກອງ​ປະ​ຊຸມ​​ຍ່ອຍແລະ​ເວ​ທີ​ປຶກ​ສາ​ຫາ​ລື​ດ້ານ​ວິ​ຊາ​ການ, ແລະການ​ວາງ​ສະ​ແດງ​ເປັນ​ຕົ້ນ. ຍ້ອນ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ໂລກ​ແລະ​ທ່ວງ​ທ່າ​​ການພັດ​ທະ​ນາ​ຂອງ​ງານ​ດັ່ງ​ກ່າວ, ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ໃນ​ຮູບ​ແບບ​ອອນ​ລາຍ​ແລະ​ອອ​ຟ​ລາຍ, ປີນີ້​ຍັງ​ຈະ​ໄດ້​ຈັດ​ໃຫ້​ມີ​​ເວ​ທີ​ຂໍ້​ມູນ​ແບບ​ດີ​ຈີ​ຕອນ​ທີ່​​ໃຫ້​ບໍ​ລິ​ການ​ຕະຫຼອດ 365 ວັນ​​ເປັນ​ພິ​ເສດ, ແລະ​ໃຫ້​ບໍ​ລິ​ການ​ທາງ​ອອນ​ລາຍແກ່​ບໍ​ລິ​ສັດ​ທີ່​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ.