ທ່ານ​ສີ​ຈິ້ນ​ຜີງແລະ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ​ໄດ້​ສົ່ງ​ສານອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ​ເນື່ອງ​ໃນ​ໂອ​ກາດ​ວັນ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ຕໍ່​ຕ້ານຟາດຊິດ​ໂລກ​ຄົບ​ຮອບ 75 ປີ

2020-09-04 18:10:24 |ມາຈາກ: CRI

ວັນ​ທີ 3 ​ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​​​ແລະ​ທ່ານ​ວະ​ລາດີ​ເມຍ ປູຕິນປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍໄດ້​ສົ່ງ​ສານອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ, ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຕ້ານ​ຟາດ​ຊິດ​ໂລກ​ຄົບ​ຮອບ 75 ປີ.

ສານ​ຂອງທ່ານ​ສີ​ຈິ້ນ​ຜີງ​ມີ​ເນື້ອ​ໃນ​ວ່າ: ໃນ​ວັນ​ທີ 3 ກັນ​ຍາເມື່ອ 75 ປີ​ກ່ອນ, ສົງ​ຄາມ​ຕໍ່​ຕ້ານ​ຍີ່​ປຸ່ນ​ຂອງ​ປະ​ຊາ​ຊົນ​ຈີນ​ແລະ​ການ​ສູ້​ຮົບ​ກັບຍີ່​ປຸ່ນ​ຂອງອະ​ດີດ​ສະ​ຫະ​ພາບ​ໂຊວຽດ​ໄດ້​ຮັບ​ໄຊ​ຊະ​ນະອັນ​ຍິ່ງ​ໃຫຍ່, ເຊິ່ງເປັນ​ການປະ​ກາດ​ວ່າ​ສົງ​ຄາມ​​ຕ້ານ​ຟາດຊິດ​ໂລກ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ສຸດ​ທ້າຍ. ຈີນ​ໃນ​ຖາ​ນະ​ເປັນ​ສະ​ໜາມສົງ​ຄາມ​ຕົ້ນ​ຕໍ​ຢູ່​ທະ​ວີບ​ອາ​ຊີ, ຣັດ​ເຊຍ​ໃນ​ຖາ​ນະ​ເປັນສະ​ໜາມ​​ຮົບຕົ້ນ​ຕໍ່​ຢູ່​ທະ​ວີບ​ເອີ​ຣົບ, ​ສອງ​ປະ​ເທດ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ໃຫ້​ກັບ​ປະ​ຫວັດ​ສາດ​ທີ່​ລືມ​ບໍ່​ໄດ້​ໃນ​ການ​ສູ້​ຮົບ​ເພື່ອ​ຍາດ​ເອົາໄຊ​ຊະ​ນະ​ໃນ​ສົງ​ຄາມ​ຕໍ່​ຕ້ານ​ຟາດ​ຊິດ​ໂລກ​. ຈີນ​ແລະ​ຣັດ​ເຊຍ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​, ໄດ້ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ພາ​ລະ​ກິດ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບພະ​ນະ​ທ່ານ, ຊຸກ​ຍູ້ໃຫ້​ຈີນ​ແລະ​ຣັດ​ເຊຍ​ລົງ​ເລິກ​ການ​ປະ​ສານ​ງານ​ກັນ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ, ຮ່ວມ​ກັນ​ກັບ​ປະ​ຊາ​ຄົມ​ໂລກ, ເດັດ​ດ່ຽວ​ປົກ​ປ້ອງ​ຜົນ​ສຳ​ເລັດ​ຢ່າງ​ໄຊ​ຊະ​ນະ​ທີ່​ຍາດ​ມາ​ໄດ້​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ແລະ​ຄວາມ​ເປັນ​ທຳ​ໃນ​ສາ​ກົນ, ຕັ້ງ​ໜ້າປົກ​ປ້ອງ​ແລະ​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ, ເລັ່ງ​ລັດ​ການ​ສ້າງ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳຂອງ​ມວນ​ມະ​ນຸດ.

​ສານອວຍ​ພອນ​ຂອງ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ​ມີ​ເນື້ອ​ໃນ​ວ່າ: ການ​ບຸກ​ບືນ​ສູ້​ຮົບ​ຢ່າງ​ກ້າ​ຫານ​ໃນ​ສົງ​ຄາມ​ຄັ້ງ​ນັ້ນ, ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດພວກ​ເຮົາໄດ້​ສ້າງ​ມິດ​ຕະ​ພາບ​ໃນ​ການ​ສູ້​ຮົບ​ຢ່າງ​ເລິກ​ເຊິ່ງ. ຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ກັນກັບ​ຈີນ, ປ້ອງ​ກັນ​ບໍ່​ໃຫ້​ສົງ​ຄາມ​ແລະ​ການ​ປະ​ທະ​ກັນ​ເກີດ​ຂຶ້ນອີກ, ເພື່ອປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ທົ່ວ​ໂລກ.