ການ​ຄ້າ​ການ​ບໍ​ລິ​ການ​ໄດ້ກາຍ​ເປັນ​ເສົາ​ຄ້ຳໃໝ່​ໃນການ​ຮັກ​ສາ​ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດໃຫ້​ໝັ້ນ​ທ່ຽງ

2020-09-07 17:44:14 |ມາຈາກ: CRI

ຕົວ​ເລກ​ສະ​ຖິ​ຕິ​ສະ​ບັບ​ຫຼ້າ​ສຸດ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ປະ​ກາດ​ນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ, ​ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດປີ​ນີ້, ໂດຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ປັດ​ໄຈ​ອື່ນໆ, ຂະ​ໜາດ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ຫຼຸດ​ລົງ, ແຕ່​ການ​ຄ້າ​ບໍ​ລິ​ການ​ທີ່​ສົ່ງ​ອອກ​ດີກວ່າ​ການ​ຄ້າ​​ການ​ບໍ​ລິ​ການ​ທີ່​ນຳ​ເຂົ້າ​ຢ່າງ​​ຈະ​ແຈ້ງ, ຄວາມ​ແຕກ​ໂຕນກັນ​ດ້ານ​ການ​ຄ້າ​ໄດ້​ຫຼຸດ​ໜ້ອຍ​ລົງ, ​ອັດ​ຕາ​ການ​ຄ້າ​ການ​ບໍ​ລິ​ການ​ທີ່​ນຳໃຊ້​ຄວາມ​ຮູ້​ສູງ​ນັ້ນ ໄດ້​​ຖືກຍົກ​ສູງ​ຂຶ້ນ. ພາຍ​ໃຕ້​ສະ​ພາບ​ການ​ໃໝ່, ການ​ຄ້າ​ການ​ບໍ​ລິ​ການ​​ໄດ້ກາຍ​ເປັນ​ເສົາ​ຄ້ຳໃໝ່​ໃນການ​ຮັກ​ສາ​ການ​ເຕີຍ​ໂຕ​ທາງ​ດ້ານ​​ເສດ​ຖະ​ກິດໃຫ້​ໝັ້ນ​ທ່ຽງ.

ພ້ອມ​ກັນ​ນັ້ນ, ໂຄງ​ປະ​ກອບ​ຂອງ​ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ມີ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ. ການ​ຄ້າ​ການ​ບໍ​ລິ​ການ​ທີ່ນຳ​ໃຊ້​ຄວາມ​ຮູ້​ສູງ ​ລວມ​ທັງ​ການ​ບໍ​ລິ​ການ​ຂໍ້​ມູນ​ຂ່າວ​ສານ​ຄອມ​ພິວ​ເຕີ ການ​ບໍ​ລິ​ການ​ທີ່​ປຶກ​ສາ​ແລະ​ອື່ນໆ ​ໄດ້ກວມຍອດ​ມູນ​ຄ່າການ​ຄ້າ​ການ​ບໍ​ລິ​ການ 27,3% ໃນ​ປີ 2015, ຮອດ​ປີ 2019, ໄດ້ຖືກ​ຍົກ​ສູງ​ຂຶ້ນ​ເປັນ 34,7%.