ການເລັ່ງລັດການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ ເພື່ອສົ່ງເສີມການພັດທະນາສີຂຽວທີ່ມີຄຸນນະພາບສູງຂອງແຂວງຢຸນນານ

2020-09-08 16:22:58 |ມາຈາກ: Yunnan Gateway

ໃນມື້ມໍ່ໆມານີ້, ແຂວງຢຸນນານຈັດກອງປະຊຸມຖະແຫຼງຂ່າວ, ໄດ້ແນະນຳກ່ຽວກັບການສົ່ງເສີມການຫັນປ່ຽນທ່າແຮງດ້ານພະລັງງານສີຂຽວ, ເສີມຂະຫຍາຍບົດບາດນຳພາຂອງຂະແໜງການພະລັງງານໃນການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ.
ແຂວງຢຸນນານໄດ້ອອກແຈ້ງການ "ຂໍ້ຕົກລົງວ່າດ້ວຍການເລັ່ງລັດການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ", ກຳນົດຈະແຈ້ງເປົ້າໝາຍຂອງແຂວງຢຸນນານກ່ຽວກັບ ການສ້າງຂະແໜງການພະລັງງານສີຂຽວໃຫ້ກາຍເປັນຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດຮ້ອຍຕື້ຢວນ ຄື: ຮອດປີ2025, ລາຍຮັບຈາກທຸລະກິດຂອງຂະແໜງການພະລັງງານສີຂຽວແຂວງຢຸນນານຈະມີເກືອບ 520 ຕື້ຢວນ (76.1 ຕື້ໂດລາ), ຮອດປີ 2030, ຈະມີເຖິງ 650 ຕື້ຢວນ (95.2 ຕື້ໂດລາ), ຮອດປີ 2035, ແຂວງຢຸນນານຈະສ້າງລະບົບຂະແໜງການພະລັງງານທີ່ທັນສະໄໝທີ່ມີຄວາມສະອາດແລະກາກໂບນຕ່ຳ, ປອດໄພແລະມີປະສິດຕິພາບຢ່າງຮອບດ້ານ.

"ຂໍ້ຕົກລົງວ່າດ້ວຍການເລັ່ງລັດການກໍ່ສ້າງລະບົບຂະແໜງການທີ່ທັນສະໄໝ" ຊຸກຍູ້ການຫັນປ່ຽນຂອງຂະແໜງການພະລັງງານຂອງແຂວງຢຸນນານ, ກໍ່ສ້າງຖານໄຟຟ້າພະລັງງານນ້ຳອັນສຳຄັນແຫ່ງຊາດ, ຖານທີ່ກັ່ນນ້ຳມັນເຊື້ອໄຟ ແລະ ສູນກາງພະລັງງານສາກົນ,ເພື່ອເປັນການສະໜອງການສະໜັບສະໜູນໃຫ້ແກ່ຄວາມປອດໄພດ້ານພະລັງງານແຫ່ງຊາດ ແລະ ການກໍ່ສ້າງເປັນສູນກາງທີ່ອ່ວຍຫນ້າສູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ຢ່າງແຂງແຮງ.

ໃນດ້ານຊັບພະຍາກອນພະລັງງານ ແລະ ຂະແໜງການຂອງແຂວງຢຸນນານມີທ່າແຮງໃນດ້ານການປຽບທຽບຢ່າງຈະແຈ້ງ,ໃນອະນາຄົດຢຸນນານມີເປົ້າໝາຍກ່ຽວກັບການສ້າງຂະແໜງການພະລັງງານສີຂຽວໃຫ້ກາຍເປັນຂະແໜງການທີ່ມີລະດັບມູນຄ່າການຜະລິດປະຈຳປີຮອດຮ້ອຍຕື້ຢວນໂດຍອີງໃສ່ 8 ດ້ານຕໍ່ໄປນີ້, ແລະ ສົ່ງເສີມການກໍ່ສ້າງ ແຂວງສາທິດນິເວດຢຸນນານ:

1. ສ້າງຄວາມເຂັ້ມແຂງໃຫ້ແກ່ພະລັງງານສີຂຽວ ເພື່ອເປັນລະບົບຕົ້ນຕໍຂອງການຄໍ້າປະກັນ ພະລັງງານ.

2. ການສ້າງລະບົບເຄືອຂ່າຍໄຟຟ້າທີ່ອັດສະລິຍະ ແລະ ປອດໄພ.

3. ການສ້າງລະບົບຂະແໜງການຖ່ານຫີນທີ່ ສະອາດ ເຂັ້ມຂຸ້ນ ແລະ ປອດໄພ.

4. ກໍ່ສ້າງລະບົບຂະແໜງການນ້ຳມັນ ແລະ ອາຍແກັສທີ່ທັນສະໄໝ.

5. ຊັກນຳ, ຊຸກດັນ ແລະ ສະໜັບສະໜູນການພັດທະນາຂະແໜງການຜະລິດທີ່ກ້າວໜ້າເຊັ່ນ: ອາລູມີນຽມແລະຊິລິໂຄນສີຂຽວ, ແລະ ບຳລຸງສ້າງຕະຫຼາດບໍລິໂພກແບບຫຼາຍຂົ້ວ.

6. ສ້າງຄວາມເຂັ້ມແຂງດ້ານການປະດິດສ້າງໃຫມ່ທາງເຕັກໂນໂລຢີ, ນຳເຂົ້າ ແລະ ບຳລຸງສ້າງບຸກຄະລາກອນ, ສົ່ງເສີມການປະສົມປະສານຂອງຂະແໜງການ.

7. ຊຸກຍູ້ການປະຕິຮູບຕະຫຼາດພະລັງງານ, ເພື່ອປົດປ່ອຍຄວາມມີຊີວິດຊີວາຂອງການພັດທະນາພະລັງງານ.

8. ຊຸກຍູ້ການຮ່ວມມືກັບຕ່າງປະເທດຢ່າງຕັ້ງໜ້າ ແລະ ກໍ່ສ້າງສູນກາງພະລັງງານສາກົນ.