ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ເພີ່ມ​ຂຶ້ນ​ເປັນ 5 ເດືອນ​ຕິດ​ຕໍ່​ກັນ

2020-09-08 17:48:14 |ມາຈາກ: CRI

ຕົວ​ເລກ​ສະ​ຖິ​ຕິ​ທີ່​ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 7 ກັນ​ຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ມາ​ຮອດ​ທ້າຍ​ເດືອນ​ສິງ​ຫາ​ຜ່ານ​ມາ​ນີ້, ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ເຖິງ 3164,6 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນຫຼາຍກວ່າ​ທ້າຍ​ເດືອນກໍ​ລະ​ກົດ 10,2 ຕື້​ໂດ​ລາ​ສະ​ຫະ​ລັດ, ຈັງ​ຫວະ​ການ​ເຕີບ​ໂຕ​ແມ່ນ 0,3% ເຊິ່ງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​​ເປັນ 5 ເດືອນ​ຕິດ​ຕໍ່​ກັນ.

ທ່ານນາງ​ວາງ​ຊຸ່ນ​ຢີ່ງ ຮອງ​ຫົວ​ໜ້າ​ທັງ​ເປັນ​ໂຄ​ສົກ​​ຂອງອົງ​ການຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ພວມ​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່ຽງ ແລະ​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ, ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້ການ​ປະ​ຕິ​ຮູບ​​ໃຫ້ເຂົ້າ​ສູ່​ລວງ​ເລິກ​ກວ່າ​ເກົ່າ, ດຳ​ເນີນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ເລັ່ງ​ລັດ​ສ້າງ​​ໂຄງ​ປະ​ກອບ​ການ​ພັດ​ທະ​ນາ​ໃໝ່​ທີ່​ຖື​ເອົາ​ການ​ເຄື່ອນ​ໄຫວພາຍ​ໃນ​ປະ​ເທດ​ເປັນຫຼັກ ແລະ​ຊຸ​ກ​ຍູ້​ໃຫ້​​ການ​ເຄື່ອນ​ໄຫວທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຊ່ວຍ​ຊູ​ຍູ້​ໜູນເຊິ່ງ​ກັນ​ແລະ​ກັນ ແລະ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ໃຫ້​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໄດ້​ໂດຍ​ລວມ.