ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ດ້ວຍ​ຜູ້​ນຳ​ພັກລັດທ່ານ​ອື່ນໆ​ພົບ​ປະ​ກັບ​ຜູ້​ແທນ​ທີ່​ໄດ້​ຮັບ​ການ​ຍ້ອງ​ຍໍ ແລະ​ຖ່າຍ​ຮູບ​ນຳ​ກັນ

2020-09-08 17:52:24 |ມາຈາກ: CRI

ເວລາ10 ໂມງ​ເຊົ້າ​ຂອງວັນ​ທີ 8 ກັນ​ຍາ​ນີ້, ພິ​ທີ​ຍ້ອງ​ຍໍ​ບຸກ​ຄົນ​ແລະ​ໜ່ວຍ​ງານ​ດີ​ເດັ່ນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ທົ່ວ​ປະ​ເທດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງປັກກິ່ງ.

ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້ໃຫ້​ກຽດ​ປະ​ດັບຫຼຽນ​ໄຊ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບຫຼຽນ​ໄຊ​ແຫ່ງ​ຊາດ​ແລະ​ຜູ້​ທີ່​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ​ ແລະ​ໄດ້ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.

ໃນ​ພິ​ທີ​ຄັ້ງ​ນີ້ ຍັງ​ໄດ້​ຍ້ອງ​ຍໍ​ບຸກ​ຄົນ​ກ້າວ​ໜ້າ, ໜ່ວຍ​ງານ​ກ້າວ​ໜ້າ, ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຜູ້​ດີ​ເດັ່ນ​ລະ​ດັບ​ຊາດ ແລະ​ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ​ທີ່​ກ້າວ​ໜ້າ​ລະ​ດັບ​ຊາດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ປະ​ເທດ.





ກ່ອນ​ພິ​ທີ​ຍ້ອງ​ຍໍ​, ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ດ້ວຍ​ຜູ້​ນຳພັກລັດ​ທ່ານອື່ນໆ​ໄດ້​ພົບ​ປະ​ກັບ​ຜູ້​ໄດ້​ຮັບຫຼຽນ​ໄຊ​ແຫ່ງ​ຊາດ​ແລະ​ຜູ້​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ, ບຸກ​ຄົນ​ກ້າວ​ໜ້າ, ຜູ້ຕາງໜ້າໜ່ວຍ​ງານ​ກ້າວ​ໜ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ປະ​ເທດ ແລະ​ຖ່າຍ​ຮູບ​ຮ່ວມ​ກັນ.