ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ພີ​ຍ້ອງ​ຍໍ​ບຸກ​ຄົນ ແລະ ໜ່ວຍ​ງານ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ 19

2020-09-08 17:53:03 |ມາຈາກ: CRI

ວັນ​ທີ 8 ກັນ​ຍາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ຍ້ອງ​ຍໍ​ບຸກ​ຄົນ ແລະ ໜ່ວຍ​ງານ​ດີ​ເດັ່ນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ 19 ທົ່ວ​ປະ​ເທດ​ຈີນ.

ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ: ໃນ​ເວ​ລາ 8 ເດືອນ​ປາຍ​ທີ່​ຜ່ານ​ໄປ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈີນ ຕໍ່​ສູ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ 19, ໄດ້​ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ສຸມ​ຄວາມ​ພະ​ຍາ​ຍາມ​ຜ່ານ​ຜ່າ​ບັ້ນ​ທົດ​ສອບ​ຂະ​ໜາດ​ໃຫຍ່​ອີກ​ເທື່ອ​ໜຶ່ງ ແລະ ໄດ້​ຮັບ​ຜົນ​ງານ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ສຳ​ຄັນ​ໃນ​ບັ້ນ​ຮົບ​ຕ້ານ​ກັບ​ພະ​ຍາດ​ໂຄວິດ 19, ໄດ້​ສ້າງວິ​ລະ​ກຳ​ອັນ​ສະ​ຫງ່າ​ອົງ​ອາດ​ອີກ​ຄັ້ງ​ໜຶ່ງ​ໃນ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ​ໃນ​ການ​ຕໍ່​ຕ້ານ​ພະ​ຍາດ!