ຈີນກ່າວວ່າ: ບົດລາຍງານກ່ຽວກັບບັນຫາຊັບພະຍາກອນນ້ຳຢູ່ແມ່ນ້ຳຂອງທີ່ອາເມຣິກາປ່າວຂ່າວນັ້ນ, ບໍ່ຖືກກັບສະພາບຄວາມເປັນຈິງ

2020-09-09 18:44:11 |ມາຈາກ: CRI

ວັນທີ 8 ກັນຍານີ້, ໂດຍແນໃສ່ກໍລະນີທີ່ອາເມຣິກາໄດ້ປ່າວຂ່າວກ່ຽວກັບບັນຫາຊັບພະຍາກອນນ້ຳຢູ່ແມ່ນ້ຳຂອງຢ່າງບໍ່ຢຸດຢັ້ງ, ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ບົດລາຍງານຂອງອາເມຣິກາບໍ່ຖືກກັບສະພາບຄວາມເປັນຈິງຈັກໜ້ອຍເລີຍ, ແລະບໍ່ມີຄຸນຄ່າທາງດ້ານວິທະຍາສາດໃດໆ, ເຊິ່ງໄດ້ຖືກຜູ້ຊ່ຽວຊານດ້ານຊົນລະປະທານຂອງປະເທດຕ່າງໆຫຼາຍທ່ານຢືນຢັນວ່າ: ບົດລາຍງານມີຂໍ້ຂາດຕົກບົກຜ່ອງທີ່ໃຫຍ່ຫຼວງ, ສະເໜີໃຫ້ເຈົ້າໜ້າທີ່ການທູດອາເມຣິກາຄວນລະມັດລະວັງໃນການຍົກເອົາບັນຫາດັ່ງກ່າວມາບິດເບືອນ.

ຂ່າວແຈ້ງວ່າ, ຫວ່າງມໍ່ໆນີ້, ທ່ານ ເດວິດ ສະຕີນເວວ, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ຈີນຄວບຄຸມແລະນຳໃຊ້ຊັບພະຍາກອນແຫ່ງນ້ຳໃນແມ່ນ້ຳຂອງ, ອັດຕັນຜົນປະໂຫຍດຂອງປະເທດລຸ່ມແມ່ນ້ຳຂອງເພື່ອສະແຫວງຫາຜົນປະໂຫຍດຂອງຕົນ. ເລື່ອງນີ້ໄດ້ກາຍເປັນສິ່ງທ້າທາຍອັນໜັກໜ່ວງຕໍ່ອາຊຽນ. ອາເມຣິກາກຳລັງຮ່ວມມືກັບປະເທດເຂດລ່ອງແມ່ນ້ຳຂອງ, ຄະນະກຳມະການແມ່ນ້ຳຂອງແລະຄູ່ຮ່ວມມືສາກົນ, ເພື່ອຮັບຮອງໃຫ້ຈີນສະໜອງຂໍ້ມູນສະຖິຕິດ້ານຊັບພະຍາກອນນ້ຳ.

ຕໍ່ເລື່ອງນີ້, ທ່ານຈ້າວລີ້ຈ່ຽນຊີ້ໃຫ້ເຫັນວ່າ, ນັບແຕ່ປີກາຍນີ້ເປັນຕົ້ນມາ, ອາເມຣິກາໄດ້ປ່າວຂ່າວກ່ຽວກັບບັນຫາຊັບພະຍາກອນນ້ຳຢູ່ແມ່ນ້ຳຂອງຢ່າງບໍ່ຢຸດຢັ້ງ, ມີເຈດຕະນາສ້າງບັນຫາໃຫ້ເຄັ່ງຕຶງ, ທຳລາຍການພົວພັນລະຫວ່າງປະເທດທີ່ຢູ່ພາກພື້ນແຫ່ງນີ້, ທຳລາຍບັນຍາກາດແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.