ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ຊ່ວຍ​ໃຫ້ເສດ​ຖະ​ກິດ​ໂລກ​ຟື້ນ​​ຄືນ​ໃໝ່

2020-09-09 18:45:41 |ມາຈາກ: CRI

​ສະ​ພາບ​ການທີ່​ຄຶກ​ຄື້ນ​ໃນງານ​ຕະ​ຫຼາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ 2020 ທີ່​ເນັ້ນ​ຫົວ​ຂໍ້ວ່າ “ບໍ​ລິ​ການ​ທົ່ວ​ໂລກ, ແບ່ງ​ປັນ​ແລະ​ສ້າງ​ຜົນ​ປະ​ໂຫຍດໃຫ້​ກັນ​ແລະ​ກັນ” ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຄົນ​ທັງ​ຫຼາຍ​ໃນ​ທົ່ວ​ໂລກ. ບຸກ​ຄົນ​ວົງ​ການ​ຕ່າງໆ​ກ່າວ​ວ່າ: ມາດ​ຕະ​ການ​ຂອງ​ຈີນ​ທີ່​ເປີດກວ້າງ​ການ​ຄ້າ​ການ​ບໍ​ລິ​ການ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈະ​ສ້າງ​ໂອ​ກາດ​ການ​ຄ້າ​ໃໝ່​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ໂລກ​ພາຍ​ໃຕ້​ສະ​ພາບ​ການ​​ຂອງ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ວິ​ລຽມ ຈອນ​ສ໌ ຫົວ​ໜ້າ​ສາ​ຂາ​ຂອງວາ​ລະ​ສານ Executire Intelligence Review ​ປະ​ຈຳ​ວໍ​ຊີງ​ຕັນຂອງ​ອາ​ເມ​ຣິ​ກາກ່າວ​ວ່າ: ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ປະ​ເທດ​ຈີນເປັນ​ພຽງປະ​ເທດ​ດຽວ​ໃນ​ໂລກ​ທີ່​ມີ​ເງື່ອນ​ໄຂ​ຈັດ​ງານ​ມະ​ຫາ​ກຳແບບ​ນີ້, ​ເປັນ​ການສົ່ງ​ສັນ​ຍານ​ວ່າ​ຈີນ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກສາ​ມາດ​ຟື້ນ​ຄືນ​ໃໝ່​ໄດ້. ທ່ານ​ຈອນ​ສ໌ ເຫັນ​ວ່າ, ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ຕ່າງໆ​ຂອງ​ຈີນ​ພວມ​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ, ​ເຊິ່ງຈະ​ສ້າງ​ຜົນ​ປະ​ໂຫຍດ​ທີ່​ດີ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ​ທີ່​​ໄດ້​ຮັບ​ຜົນ​ກະ​ທົບຢ່າງ​ໜັກ​ໜ່ວງ​ຈາກ​ພະ​ຍາດ. ປັດ​ຈຸ​ບັນ, ກຸ່ມ​ເສດ​ຖະ​ກິດ​ຕ່າງໆ​ມີ​ການ​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດ, ຖ້າ​ວ່າ​ຢາກ​ເຮັດ​ໃຫ້​ໂລກ​ພັດ​ທະ​ນາ​ໄປ​ຂ້າງ​ໜ້າ, ​ການຮ່ວມ​ມື​ກັບ​ຈີນ​ແມ່ນ​​ທາງ​ເລືອກ​ທີ່​ດີ​ທີ່​ສຸດ.

ໃນ​ຍຸກ​ປັດ​ຈຸ​ບັນ​ໃນ​ສະ​ພາບ​ທີ່​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເພິ່ງ​ພາ​ອາ​ໄສ​ເຊິ່ງ​ກັນ​ແລະ​ກັນ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ພັດ​ຕັ້ງ​ໃຈ​ສ້າງກຳ​ແພງ​​ດ້ານ​ການ​ຄ້າ, ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ​ແຍກ​ອອກ​ຈາກເສດ​ຖະ​ກິດ​ຂອງ​ໂລກ, ແຕ່​ໃນ​ຂະ​ນະ​ດຽວ​ກັນອາ​ເມ​ຣິ​ກາ​ພັດ​ຢາກ​ຮັກ​ສາ​ຄຸ​ນະ​ພາບ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຄື​ເກົ່າ, ເລື່ອງ​ນີ້​ຕາມ​ທັດ​ສະ​ນະ​ຂອງ​ທ່ານ​ຈອນ​ສ໌​ແລ້ວ “ເປັນ​ເລື່ອງ​ທີ່​ ເປັນ​ໄປ​​ບໍ່ໄດ້​ເລີຍ.”