ທ່ານ​ສີ​ຈິ້ນ​ຜິງ​ສົ່ງສານອວຍ​ພອນ​ໄປ​ເຖິງ​ທ່ານ​ກິມ​ເຈິງ​ອຸນ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ສ​ປ​ປ ເກົາຫຼີ

2020-09-09 18:46:40 |ມາຈາກ: CRI

ວັນ​ທີ 9 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ອອຍ​ພອນ​ໄປ​ເຖິງ​ທ່ານ​ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​​ພັກ​ແຮງ​ງານເກົາຫຼີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ສ​ປ​ປ ເກົາຫຼີ ເພື່ອ​ອວຍ​ພອນ​​ເນື່ອງ​ໃນ​ໂອ​ກາດວັນ​ຊາດ ສ​ປ​ປ ເກົາຫຼີ​ຄົບ​ຮອບ 72 ປີ.

ໃນ​ສາ​ນອວຍ​ພອນ, ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ: ເນື່ອງ​ໃນ​ໂອ​ກາດ​​ວັນ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ​ເກົາຫຼີ​ຄົບ​ຮອບ 72 ປີ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າໃຫ້​ພັກ​ກອມ​ມູ​ນິດ​ຈີນ, ​ລັດ​ຖະ​ບານ​ຈີນ ແລະ​ປະ​ຊາ​ຊົນ​ຈີນ ຂໍ​ສົ່ງ​ຄຳອວຍ​ພອນອັນ​ດີ​ງາມ ແລະ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກແລະພັກ​ແຮງ​ງານເກົາຫຼີ, ​ລັດ​ຖະ​ບານ ສ​ປ​ປ ເກົາຫຼີ ແລະ ປະ​ຊາ​ຊົນ ສ​ປ​ປ ເກົາຫຼີ.