ການ​ຮ່ວມ​ມື​​ລະ​ຫວ່າງ​ຈີນ-ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ 75 ປີ​ຜ່ານ​ມາ

2020-09-15 14:08:44 |ມາຈາກ:

ປີ​ນີ້​ແມ່ນ​ປີ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສ້າງ​ຕັ້ງ​ຂຶ້ນຄົບ​ຮອບ 75 ປີ. ໃນ​ໄລ​ຍະ 75 ປີ​ຜ່ານ​ມາ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສ້າງ​​ຕັ້ງ​ແລະ​ປະ​ຕິ​ບັດ​ກົນ​ໄກ​ຄວາມ​ໝັ້ນ​ຄົງ​​ແບບລວມ​ໝູ່​ບົນ​ພື້ນ​ຖານ​ການ​ຮັກ​ສາ​ສັນ​ຕິ​ພາບ; ໄດ້​ຖື​ເອົາ​ການ​ພັດ​ທະ​ນາ​ເປັນ​ເປົ້າໝາຍ​ແລະ​​ປະ​ຕິ​ບັດ​ຕາມ​ກະ​ແສ​ໂລ​ກາ​ພິ​ວັດ​ທາງ​ດ້ານ​ເສດ​ຖະ​ກິດ; ໄດ້​ຍຶດ​ໝັ້ນ​​ໃນ​ຫຼັກ​ການ​ຂອງ​ຄວາມ​ຍຸ​ດ​ຕິ​ທຳ​ຄືປະ​ເທດ​ໃຫຍ່​ແລະ​ນ້ອຍ​ມີ​ຄວາມ​ສະ​ເໝີ​ພາບ​ກັນ​ທັງ​ໝົດ, ພະ​ຍາ​ຍາມ​​ເສີມຂະ​ຫຍາຍ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ​ໃຫ້​ກວ້າງ​ອອກ. ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ພະ​ຍາ​ຍາມ​ແລະ​ກາ​ນ​ຊຸກ​ຍູ້​​ຈາກອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໂລກ​ຈຶ່ງ​ສາ​ມາດຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​​ໄວ້​ໄດ້ໂດຍ​ລວມ, ປະ​ເທດພວມ​ພັດ​ທະ​ນາ​ຫຼາຍ​ປະ​ເທດ​ໄດ້​ເດີນ​ຕາມ​​ເສັ້ນທາງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ວ່ອງ​ໄວ, ປະ​ເທດ​ສະ​ມາ​ຊິກ 193 ປະ​ເທດ​ໄດ້​ຮ່ວມ​ກັນ​ວາງ​ລະ​ບຽບ​ການ​ສາ​ກົນ​ແລະ​ຮ່ວມ​ກັນ​ບໍ​ລິ​ຫານ​ວຽກ​ງານ​ສາ​ກົນແລະ​ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ດ້ານ​ການ​ພັດ​ທະ​ນາ.

ຈີນ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຜູ້ກໍ່​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ແມ່ນ​ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ປະ​ເທດ​ທຳ​ອິດ. ໃນໄລ​ຍະ 75 ປີ​ຜ່ານ​ມາ, ຈີນ​ໄດ້​ປະ​ກອບ​ສ່ວນ​ອັນສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ຈີນ​ໄດ້​ສຸມ​ທຸກ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ບໍ່​ພຽງ​ແຕ່​ຈະ​ສາ​ມາດ​ບັນ​ລຸ​ການ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​​ໃຫ້ປະ​ຊາ​ກອນ​ຈີນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ຕາມ​ມາດ​ຖານ​ໃນ​ປັດ​ຈຸ​ບັນ​​ໄດ້ຕາມ​ເວ​ລາ​ກຳ​ນົດ​ເທົ່າ​ນັ້ນ, ຍັງ​ໄດ້​ພະ​ຍາ​ຍາມ​​ຢ່າງສຸດ​ຂີດ​ເພື່​ອ​ສ້າງ​ເວ​ທີ​ແລະ​ໂອ​ກາດການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ບັນ​ດາ​ຝ່າຍ​ໂດຍ​ຜ່ານ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ອື່ນໆອີກ​ດ້ວຍ.

ຕະ​ຫຼອດ​ໄລ​ຍະ 75 ປີ​ຜ່ານ​ມາ​ນີ້, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ທີ່​ຄອຍ​ຮັບ​ຄຳ​ສັ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່ຂອງອົງ​ການ​ສະ​ຫະ​ປະ​ຊາ​​ຊາດຈຳ​ນວນ​ຫຼາຍ​ທີ່​ສຸດ​ແລະມີ​ຫຼາຍ​ປະ​ເພດກວ່າ​ໝູ່​ໃນ​ໂລກ. ຈີນ​ໄດ້​ສະ​ໜອງ​ໂຄງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ 180 ໂຄງ​ການ, ໂຮງ​ໝໍ​ແລະ​​ຄ​ລິ​ນິກ 134 ແຫ່ງ​, ໂຮງ​ຮຽນ​ແລະ​ສູນ​ອົບ​ຮົມວິ​ຊາ​ຊີບ 123 ແຫ່ງ​ໃຫ້​ແກ່​ປະ​ເທດ​​ພວມ​ພັດ​ທະ​ນາ. ຈີນ​ໄດ້​ບໍ​ລິ​ຈາກ​ເງິນ 10 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເພື່ອ​ແມ່​ຍິງ​ຫຼື UN women ເຊິ່ງ​ເປັນ​ປະ​ເທດ​​ພວມ​ພັດ​ທະ​ນາ​ທີ່​ໄດ້​ບໍ​ລິ​ຈາກ​ເງິນ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ວັນ​ທີ 10 ກັນ​ຍາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປີດ​ເຜີຍ “ເອ​ກະ​ສານ​ຫຼັກ​ໝັ້ນ​ຂອງ​ຈີນຕໍ່​ກັບ​ການ​ສ້າງ​ຕັ້ງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 75 ປີ” ໂດຍ​​ມີ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ກັບຫຼັກ​ໝັ້ນ​ແລະ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ພາຍ​ໃຕ້​ສະ​​ພາບ​ການ​ໃໝ່, ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຍຶດ​ໝັ້ນ​ແລະ​ເສີມ​ຂະ​ຫຍາຍ​ຫຼັກ​ໝັ້ນ​ລັດ​ທິ​ຫຼາຍ​ຝ່າຍ ແລະ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ.