ທ່ານ ສີ​ຈິ້ນ​ຜິງ ຫວັງ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ຈີນ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ປະ​ຫວັດ​ສາດ

2020-09-15 14:09:32 |ມາຈາກ: CRI

ວັນ​ທີ 11 ກັນ​ຍາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ນັກ​ວິ​ທະ​ຍາ​ສາດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍ​ໄດ້​ຟັງ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວຽກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ໃນ​​ໄລ​ຍະ​ທີ່​ຈະ​ປະ​ຕິ​ບັດແຜນ​ການ 5 ປີ​ຄັ້ງ​ທີ 14. ​ໂດຍຫວັງໃຫ້​ນັກ​ວິ​ທະ​ຍາ​ສາດ​ແລະ​ພະ​ນັກ​ງານ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​​ອັນ​ໄພ​ສານ​ຈົ່ງແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ປະ​ຫວັດ​ສາດ, ເພື່ອ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃຫ້​ໄປ​ສູ່​ລວງ​ເລິກ​ແລະ​ລວງກວ້າງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ຕ້ອງ​ເລັ່ງ​ການ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ເຕັກ​ນິກ; ຕ້ອງ​ຈັດ​ວາງ​ການ​ຄົ້ນ​ຄວ້າ​ເຕັກ​ນິກ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລ່ວງ​ໜ້າ. ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ, ຊຸກ​ຍູ້​ການ​ບຸກ​ທະ​ລຸ​​ແກ້​ຂໍ້​ຍາກດ້ານ​ເຕັກ​ນິກ​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ຈຸດ​ສຸມ. ຕ້ອງ​ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ຂັ້ນ​ພື້ນ​ຖານ​ຢ່າງ​ຕໍ່​ເນື່ອງ,ເພີ່ມ​ການ​​ລົງ​ທຶນ​ໃນ​ດ້ານ​ການຄົ້ນ​ຄວ້າ​ຂັ້ນ​ພື້ນ​ຖານ, ເພີ່ມ​ທະ​ວີ​ການ​ສ້າງ​ສາ​ຫຼັກ​ສູດ​ພື້ນ​ຖານ​ຕ່າງໆ​ເຊັ່ນ: ຄະ​ນິ​ສາດ​, ຟີ​ຊິກ​ສາດ, ເຄ​ມີ​ສາດ​ແລະ​ຊີ​ວະ​ສາດ​ເປັນ​ຕົ້ນ, ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຕົນ​ໃນ​ການ​ຮ່ວມ​ມື​ແບບ​ເປີດ​ປະ​ຕູ.

ທ່ານ ສີ​ຈິ້ນ​ຜິງ ຫວັງ​ໃຫ້​ພະ​ນັ​ກ​ງານ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ຕ້ອງ​ມີຈິດ​ໃຈ​​ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ຢູ່​ເໜືອກວ່າ​ທຸກ​ສິ່ງ, ​ກ້າ​ດຳ​ເນີນ​ການ​ປະ​ດິດ​ສ້າງ, ຄົ້ນ​ຄວ້າ​ຢ່າງ​ຂະ​ຫຍັນ​ໝັ່ນ​ພຽນ. ຂະ​ນະ​ດຽວ​ກັນ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ແລະ​ຜູ້​ນຳທຸ​ກ​ຂັ້ນ​ຕ້ອງເຄົາ​ລົບ​ການ​ອອກແຮງ​ງານ, ເຄົາ​ລົບ​ຄວາມ​ຮູ້, ເຄົາ​ລົບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ​ເຄົາ​ລົບ​ການ​ປະ​ດິດ​ສ້າງ, ຊຸກ​ຍູ້​ໃຫ້​ໝາກ​ຜົນ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປະ​ກົດ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ຫັນ​ເປັນ​ກຳ​ລັງ​ການ​ຜະ​ລິດ​ທີ່​ຕິດ​ແທດ​ຕົວ​ຈິງ.