ໄຂກອງ​ປະ​ຊຸມເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໂລກ​ຄັ້ງ​ທີ 4 ປີ​ 2020

2020-09-15 14:14:28 |ມາຈາກ: CRI

ວັນ​ທີ 13 ກັນ​ຍາ​ນີ້, ​ກອງ​ປະ​ຊຸມເຮືອ​ບິນບໍ່​ມີ​ຄົນ​ຂັບ​ໂລກ​ຄັ້ງ​ທີ 4 ປີ 2020ພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ອະ​ນາ​ຄົດ​ໃໝ່​ດ້ວຍ​ປັນ​ຍາ​ປະ​ດິດ” ແລະ​ງານ​ວາງ​ສະ​ແດງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ສາ​ກົນ​ເຊີ່ນ​ເຈີ້ນ​ຄັ້ງ​ທີ 5 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງ​ກວາງ​ຕຸ້ງ ສ​ປ ຈີນ. ວິ​ສາ​ຫະ​ກິດ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ 400 ກວ່າ​ແຫ່ງ​ໄດ້​ນຳ​ເອົາເຮືອ​ບິນບໍ່​ມີ​ຄົນ​ຂັບ 1 ພັນ​ກວ່າ​ລຳ​ເຂົ້າ​ຮ່ວມ​ວາງ​ສະ​ແດງ​ພາຍ​ໃນ​ງານ, ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ໄດ້​ແນະ​ນຳ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ໃໝ່​​ພາຍໃນ​ງານ.

ໃນ​ຖາ​ນະ​ເປັນ​ຖານ​ການ​ຜະ​ລິດທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທາງ​ພົນ​ລະ​ເຮືອນ​ຂອງ​ໂລກ, ປີ 2019, ຂະ​ແໜງ​ການເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕອ່າວ​ໄວ, ມູນ​ຄ່າ​ການ​ຄ້າ​​ບັນ​ລຸ​ຫຼາຍກວ່າ 50 ຕື້ຢວນ. ຄາດ​ວ່າ, ປີ 2020, ມູນ​ຄ່າ​ການ​ຜະ​ລິດເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທາງ​ພົນ​ລະ​ເຮືອນ​ຂອງ​ຈີນຈະ​ບັນ​ລຸ​ເຖິງ 60 ຕື້ຢວນ, ຮອດ​ປີ 2025 ຈະ​ເພີ່ມ​ຂຶ້ນ​ເປັນ 180 ຕື້ຢວນ.