ນາງຊາເນ ອາຍຸ 46 ປີແລະ ທ້າວເອີພາ ຜົວຂອງນາງຊາເນເປັນຄົນເຜົ່າຮານີ, ແມ່ນຊາວບ້ານຂອງຕາແສງຊີ່ຕິ້ງເມືອງເມີງໄຫກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານຈີນ. ເຖິງວ່າສອງຄົນພຽງແຕ່ຮຽນຈົບຈາກໂຮງຮຽນປະຖົມກໍຕາມ, ແຕ່ກໍຮູ້ດີວ່າ “ຕ້ອງດຸໝັ່ນຈຶ່ງຈະມີຊີວິດການເປັນຢູ່ທີ່ດີ”. ນັບແຕ່ປີ 2016 ເປັນຕົ້ນມາ, ນາງຊາເນ ແລະ ທ້າວເອີພາໄດ້ຮ້ອງຂໍກູ້ເງິນ 8 ໝື່ນຢວນ ເພື່ອສ້າງຟາມລ້ຽງໄກ່ແບບຊີວະພາບ, ຈາກນັ້ນພາຍໃຕ້ການຊ່ວຍເຫຼືອຂອງໜ່ວຍງານຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງລັດ, ພ້ອມດ້ວຍຄວາມດຸໝັ່ນ ແລະ ທໍລະຫົດອົດທົນຂອງຜູ້ກ່ຽວ, ຄອບຄົວນາງຊາເນໄດ້ກ້າວຂຶ້ນສູ່ເສັ້ນທາງທີ່ຮັ່ງມີຂຶ້ນເທື່ອລະກ້າວ. ປີ 2019 ກຳໄລສຸດທິຈາກການຈຳໜ່າຍໄກ່ຊີວະພາບຢ່າງດຽວກໍບັນລຸເຖິງ 1 ແສນ 5 ໝື່ນຢວນ. ຊີວິດໃນອະດີດແມ່ນ “ຍາມບຸນຈຶ່ງມີຊີ້ນກິນ, ຖ້າຢາກປຸກເຮືອນຈະຕ້ອງໄດ້ຢືມເງິນ”, ແຕ່ປະຈຸບັນໄດ້ດຳລົງຊີວິດແບບອີ່ມໜຳສຳລານຢ່າງມີຄວາມສຸກ, ການປ່ຽນແປງດ້ານຊີວິດການເປັນຢູ່ຂອງຄອບຄົວນາງຊາເນກໍຄືສະພາບໂດຍຫຍໍ້ຂອງປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນແຂວງຢຸນນານຈີນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນດ້ວຍຄວາມດຸໝັ່ນຂະຫຍັນພຽນຂອງຕົນ.