ເມືອງເຫີຊິງ ແຂວງຢຸນນານ: ເຄື່ອງເງິນບູຮານໄດ້ຊ່ວຍໃຫ້ຊາວບ້ານຫຼຸດພົ້ນອອກຈາກຄວາມທຸກຍາກ ແລະສ້າງຄວາມຮັ່ງມີ

2020-09-22 09:26:23 |ມາຈາກ: Yunnan Gateway

ນັບແຕ່ສະໄໝລາຊະວົງຖາງ, ເມືອງເຫີຊິງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍຕ້າຫຼີ ແຂວງຢຸນນານໄດ້ເລີ່ມການປຸງແຕ່ງ ແລະ ຜະລິດຫັດຖະກຳເຄື່ອງເງິນ, ເຊິ່ງໄດ້ສືບທອດຕໍ່ກັນມາຈົນເຖິງປະຈຸບັນນີ້.

ທ່ານນາງ ຫົງຊຸນເອີ ມີອາຍຸ 47 ປີ,ລາວເຮັດວຽກຢູ່ໂຮງງານປຸງແຕ່ງເຄື່ອງເງິນເວີນປິ່ນ ເມືອງເຫີຊິງມາ 6 ກວ່າປີແລ້ວ, ການເຮັດຄວາມສະອາດ ແລະ ການ ຂັດເງົາເຄື່ອງເງິນແມ່ນໜ້າວຽກຕົ້ນຕໍຂອງນາງ. ດຽວນີ້, ນາງມີລາຍໄດ້ປະ ຈຳເດືອນຫລາຍກ່ວາ 3,000 ຢວນ ແລະນາງໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ.

ທ່ານນາງ ຫົງຊຸນເອີ ເວົ້າວ່າ: “ເຮັດວຽກຢູ່ນີ້ຮູ້ສຶກສະບາຍໃຈຫຼາຍ, ໄດ້ຮຽນສີມືຫັດຖະກຳ ແລະ ຮູ້ສຶກມີບັນຍາກາດແບບຄອບຄົວ, ທຸກຄົນຢູ່ນຳກັນຄືດັ່ງເປັນຄອບຄົວ.”

ປີ 1989, ທ່ານ ລິເວີນປິ່ນ ໄດ້ໄປກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດການຈີ ແຂວງເສສວນເພື່ອຮຽນຮູ້ເລື່ອງຫັດຖະກຳ, ຫຼັງຈາກນັ້ນຫຼາຍປີ, ລາວໄດ້ກັບບ້ານເກີດເມືອງເຫີຊິງ,ແລະ ສ້າງຕັ້ງໂຮງງານປຸງແຕ່ງເຄື່ອງເງີນເວີນປິ່ນ, ປະສົມປະສານມູນເຊື້ອຫັດຖະກຳເຄື່ອງເງີນຂະແໜງນີ້ເຂົ້າໃນການຜະລິດເຄື່ອງປະດັບເງິນພື້ນເມືອງ ຂອງທ້ອງຖິ່ນ.

ໃນປີ 2014, ທ່ານ ລິເວີນປິ່ນ ໄດ້ເຊີນຫຼາຍຄອບຄົວທີ່ທຸກຍາກ ເຊິ່ງລວມມີ ທ່ານນາງ ຫົງຊຸນເອີ ມາໂຮງງານປຸງແຕ່ງເຄື່ອງເງິນ, ເພື່ອສອນພວກເຂົາກ່ຽວກັບເຕັກນິກການຜະລິດເຄື່ອງເງິນທີ່ກ່ຽວຂ້ອງ,ແລະເພື່ອເພີ່ມລາຍໄດ້ໃຫ້ພວກເຂົາ ແລະ ສ້າງຄວາມຮັ່ງມີ.

ໃນຊຸມປີມໍ່ໆມານີ້, ຂະແໜງການການຜະລິດປຸງແຕ່ງເຄື່ອງເງິນຂອງເມືອງເຫີຊິງ ໄດ້ບັນລຸການດຳເນີນທຸລະກິດຕາມຂະໜາດທຸລະກິດ, ເຊິ່ງໄດ້ເຮັດໃຫ້ເຄື່ອງຫັດຖະກຳມູນເຊື້ອແບບນີ້ໄດ້ຮັບການສືບທອດຕໍ່ໄປ, ແລະ ຍັງໄດ້ຊ່ວຍໃຫ້ຊາວບ້ານສ່ວນຫຼາຍກ້າວໄປສູ່ສັງຄົມຢູ່ດີກິນດີ.ພ້ອມກັນນັ້ນ, ກໍໄດ້ມີການປະສົມປະສານການຜະລິດຫັດຖະກຳເຄື່ອງເງິນຊົນເຜົ່າ ແລະ ການທ່ອງທ່ຽວໃນເມືອງເຫີຊິງ, ໄດ້ສ້າງສະຖານທີ່ທ່ອງທ່ຽວຊົນເຜົ່າຊົນນະບົດຫລາຍແຫ່ງ. ປະຈຸບັນ, ກຳມະກອນຈຳນວນຫຼວງຫຼາຍຂອງບ້ານຊິນຫົວໄດ້ ຍ້າຍເຂົ້າຂະແໜງການປຸງແຕ່ງຫັດຖະກຳເຄື່ອງເງິນ, ແລະ ປະຊາຊົນໄດ້ບັນລຸການເພີ່ມລາຍໄດ້ ແລະ ສ້າງຄວາມຮັ່ງມີ.