ກ້າວເຂົ້າສູ່ຢຸນນານ ເບິ່ງສັງຄົມຢູ່ດີກິນດີ| ນັກຂ່າວພາທ່ານມາເບິ່ງເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ

2020-09-24 14:24:43 |ມາຈາກ: Yunnan Gateway

ຢູ່ນີ້ແມ່ນສູນກາງບໍລິການສັງລວມຂອງ ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ, ໃນເດືອນສິງຫາ ປີ 2019, ໄດ້ຖືກເປີດດຳເນີນການຢ່າງເປັນທາງການ.

ໂຕະສອບຖາມຂອງຢູ່ນີ້ແມ່ນສູນກາງບໍລິການສັງລວມຂອງ ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ.

 

ລ້ວນແຕ່ມີຂອບເຂດທີ່ຈະແຈ້ງສຳລັບການດຳເນີນການ ເຊັ່ນ ວິສາຫະກິດສ້າງຕັ້ງໃໝ່, ການບໍລິການດ້ານຊີວິດການເປັນຢູ່ຂອງປະຊາຊົນ, ການບໍລິການດ້ານກົດໝາຍສາທາລະນະ, ການເຂົ້າ-ອອກຊາຍແດນ ແລະ ອື່ນໆ.

ບ່ອນເຮັດວຽກດ້ວຍຕົນເອງແບບອັດສະລິຍະ ສຳລັບການບໍລິການວຽກງານ ບໍລິຫານຂອງພາກລັດ ເພື່ອ ສາມາດ ດຳເນີນການວຽກງານຢ່າງ ອັດສະລິຍະຕໍ່ທຸກຄົນ.

ເຮັດໃບທະບຽນວິສາຫະກິດທາງອອນລາຍ , ຮັບເອົາໃບທະບຽນວິສາຫະກິດກັບບ່ອນ , ສະໜອງຄວາມສະດວກສະບາຍອັນແທ້ຈິງໃຫ້ກັບວິສາຫະກິດຂອງພວກເຮົາ.

ສູນບໍລິການຕັດສິນທຸລະກິດສາກົນຄຸນໝິງແມ່ນເວທີການແກ້ໄຂຂໍ້ຂັດແຍ້ງລະຫວ່າງປະເທດ.ສູນບໍລິການຈະສະແຫວງຫາການສ້າງຕັ້ງ“ອົງກອນແບບສັງລວມການບໍລິການດ້ານກົດໝາຍສາກົນ” ທີ່ອ່ວາຍໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

ສູນບໍລິການດຳເນີນການສິດທິຊັບສິນທາງປັນຍາ.ຂອບເຂດທຸລະກິດປະກອບມີບໍລິການເຫຼົ່ານີ້ ເຊັ່ນ ການບໍລິການເຄື່ອງໝາຍການຄ້າ, ການບໍລິການສິດທິບັດ, ການບໍລິການທາງກົດໝາຍ, ການສ້າງຕັ້ງເຄືອຂ່າຍອິນເຕີເນັດ ແລະ ການບໍລິການອື່ນໆ.



ນີ້ແມ່ນຕະຫຼາດຊື້ຂາຍສາກົນປະຕູໃຫຍ່ຄຳ. ສິນຄ້າສ່ວນໃຫຍ່ມາຈາກປະເທດຈີນ, ເອີຣົບ, ອາເມລິກາ, ຍີ່ປຸ່ນ, ເກົາຫຼີໃຕ້, ແລະ ຫຼາຍປະເທດທີ່ຢູ່ລຽບຕາມ "ໜຶ່ງແລ້ວໜຶ່ງເສັ້ນທາງ". ຊາວເມືອງຄຸນໝິງສາມາດຊື້ສິນຄ້າຈາກທົ່ວໂລກໃນລາຄາທີ່ຕໍ່າ ແລະ ວ່ອງໄວໂດຍທີ່ບໍ່ຕ້ອງໄປຕ່າງປະເທດ.