"ກ້າວເຂົ້າສູ່ຢຸນນານ ເບິ່ງສັງຄົມຢູ່ດີກິນດີ "| Vlog: ຊີວິດການເປັນຢູ່ຂອງຜູ້ເຖົ້າແບບນີ້, ທ່ານປາຖະໜາຢາກຢູ່ແບບນີ້ບໍ?

2020-09-28 16:21:51 |ມາຈາກ: Yunnan Gateway

ຕອນເຊົ້າວັນທີ 22 ກັນຍາ, ກິດຈະກຳສຳພາດຂ່າວຂອງສື່ມວນຊົນສຳຄັນທາງອອນລາຍຂອງການໂຄສະນາຕໍ່ຕ່າງປະເທດໃນຫົວຂໍ້ຫຼັກ " ກ້າວເຂົ້າສູ່ຢຸນນານ ເບິ່ງສັງຄົມຢູ່ດີກິນດີ "ມາຮອດເຂດເຮືອນພັກຫູຖ່ຽນ ຖະຫນົນຝົງຫວາງ ເຂດຫົງທາ ເມືອງຢີຊີ, ສາມາດຮູ້ສຶກໄດ້ເຖິງຄວາມສຸກ ແລະ ຊີວິດທີ່ດີຂອງບັນດາພໍ່ເຖົ້າແມ່ເຖົ້າທີ່ອາໄສຢູ່ເຮືອນຢູ່ທີ່ນີ້.

ໃນເຂດເຮືອນພັກນີ້, ທ່ານ ດິນດົງ ໄດ້ເຫັນ ພໍ່ເຖົ້າແມ່ເຖົ້າກຳລັງກວດຄວາມດັນເລືອດ,ຕັດຜົມ, ມີຜູ້ເຖົ້າບາງຄົນກຳລັງເຕັ້ນລຳໄປຕາມສຽງເພັງ, ຮອດເວລາກິນເຂົ້າ, ພວກເຂົາຍັງນັດກັນກິນເຂົ້າທ່ຽງແບບບໍລິການຕົນເອງອີກດ້ວຍ.

ກິດຈະກຳ ແລະ ການບໍລິການຂອງເຂດເຮືອນພັກຫູຖ່ຽນມີຄວາມອຸດົມສົມບູນຫຼາຍປານໃດ? ຢູ່ທີ່ນີ້ຊີວິດການເປັນຢູ່ຂອງຜູ້ເຖົ້າມີສະດວກສະບາຍ ແລະ ອົບອຸ່ນຫຼາຍປານໃດ? ຕິດຕາມ ທ່ານ ດິນດົງ ເບິ່ງເດີ້!