ສື່ມວນຊົນຫຼາຍກ່ວາ 50 ແຫ່ງ ສຸມຄວາມສົນໃຈໃສ່ເມືອງເສີງຈ່ຽງ "ໜຶ່ງໜອງ ໜຶ່ງພູ"

2020-09-28 16:30:51 |ມາຈາກ: Yunnan Gateway

ໃນຊຸມປີມໍ່ໆມານີ້, ເມືອງເສີງຈ່ຽງ ໄດ້ປະສົບຜົນສຳເລັດຢ່າງໃຫຍ່ຫຼວງໃນດ້ານການສ້າງລະບົບສີວິໄລນິເວດ, ການພັດທະນາເສດຖະກິດສັງຄົມ, ການຫັນປ່ຽນຍົກລະດັບຂະແໜງການ, ແລະ ການປົວແປງສັງຄົມ. ວັນທີ 26 ກັນຍາ, ນັກຂ່າວ 51 ຄົນ ທີ່ມາຈາກສື່ມວນຊົນທາງການຂອງຈີນເຊັ່ນ ໜັງສຶພິມລາຍວັນປະຊາຊົນ, ໜັງສຶພິມລາຍວັນແຂວງເຈີ້ຈ່ຽງ , ໜັງສຶພິມລາຍວັນແຂວງຢຸນນານ ແລະ ອື່ນໆ ໄດ້ເຕົ້າໂຮມກັນຢູ່ຝັ່ງໜອງຝູຊ່ຽນ ເມືອງເສີງຈ່ຽງ ແຂວງຢຸນນານ. ດຳເນີນການສຳພາດໃນທ້ອງຖິ່ນ ແລະ ລາຍງານຂ່າວຜົນສຳເລັດດ້ານການພັດທະນາເສດຖະກິດສັງຄົມ ແລະ ການສ້າງລະບົບສີວິໄລນິເວດຂອງເມືອງເສີງຈ່ຽງ.

ເມືອງເສີງຈ່ຽງມີ "ໜຶ່ງໜອງ ແລະ ໜຶ່ງພູ" ທີ່ເປັນຊັບພະຍາກອນລະດັບໂລກສອງແຫ່ງ, "ໜຶ່ງໜອງ" ແມ່ນໜອງຝູຊ່ຽນ, ມັນແມ່ນໜອງນ້ຳຈືດນ້ຳເລິກທີ່ມີບໍລິມາດການເກັບນ້ຳທີ່ໃຫຍ່ທີ່ສຸດໃນປະເທດຈີນ, "ໜຶ່ງພູ" ແມ່ນພູເມົ້າຖ່ຽນ, ເປັນມໍລະດົກທຳມະຊາດຂອງໂລກ ປະເພດທີ່ກາຍເປັນຫີນແຫ່ງທຳອິດໃນປະເທດຈີນ ແລະ ໜຶ່ງດຽວໃນອາຊີ. ໃນໄລຍະຍາວ, ອຳນາດການປົກຄອງເມືອງເສີງຈ່ຽງ ຈະຍຶດໝັ້ນການປົກປັກຮັກສາລະບົບນິເວດຂອງໜອງຝູຊ່ຽນ ແລະ ພູເມົ້າຖ່ຽນ.

ຫລັງຈາກລົງຢ້ຽມຢາມ ແລະ ສຳຫລວດໃນທ້ອງຖິ່ນ, ນັກຂ່າວທີ່ມາຈາກສື່ມວນຊົນແຕ່ລະແຫ່ງ ຕ່າງ ກໍ່ໃຫ້ຄຳເຫັນວ່າ, ໂດຍຜ່ານຄວາມເຂົ້າໃຈຢ່າງເລິກເຊິ່ງ, ພວກເຮົາຈຶ່ງສາມາດເຂົ້າໃຈຄວາມຫຍຸ້ງຍາກຂອງປະຊາຊົນທ້ອງຖິ່ນທີ່ຢູ່ເບື້ອງຫລັງ ນ້ຳອັນຜ່ອງໃສຂອງໜອງຝູຊ່ຽນ.ເພື່ອປົກປັກຮັກສານິເວດໄດ້ມີການດຳເນີນການເຄື່ອນໄຫວຍົກຍ້າຍເຮືອນ, ການກໍ່ສ້າງ ແລະ ຟື້ນຟູປ່າໄມ້, ການຄວບຄຸມມົນລະພິດອ້ອມຂ້າງໜອງຝູຊ່ຽນ... ປະຊາຊົນໃນທ້ອງຖິ່ນໄດ້ມີຄວາມພະຍາຍາມ ແລະ ເສຍສະຫຼະຢ່າງໃຫຍ່ຫຼວງ. ເມືອງເສີງຈ່ຽງ ປົກປັກຮັກສາໜອງຝູຊ່ຽນຄືກັບການປົກປ້ອງດວງຕາຂອງຕົນເອງ, ເສີມຂະຫຍາຍທ່າແຮງຊັບພະຍາກອນນິເວດທີ່ມີເອກະລັກພິເສດ, ມີເປົ້າໝາຍ ສ້າງເປັນເມືອງນິເວດ, ອະນາຄົດສາມາດຄາດຫວັງໄດ້.