"ກ້າວເຂົ້າສູ່ຢຸນນານ ເບິ່ງສັງຄົມຢູ່ດີກິນດີ"|Vlog:ກ້າວເຂົ້າສູ່ເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງ

2020-09-28 16:32:34 |ມາຈາກ: Yunnan Gateway

ວັນທີ 21 ກັນຍາ, ພິທີເປີດກິດຈະກຳສຳພາດຂ່າວຂອງສື່ມວນຊົນສຳຄັນທາງອອນລາຍຂອງການໂຄສະນາຕໍ່ຕ່າງປະເທດໃນຫົວຂໍ້ຫຼັກ "ກ້າວເຂົ້າສູ່ຢຸນນານ ເບິ່ງສັງຄົມຢູ່ດີກິນດີ ". ກິດຈະກຳຄັ້ງນີ້ມີຫ້ອງການຂໍ້ມູນຂ່າວສານທາງອິນເຕີເນັດຂອງຄະນະພັກແຂວງຢຸນນານເປັນເຈົ້າພາບ, ເວັບໄຊ້ປະຕູສູ່ຢຸນນານ(yunnangateway) ກຸ່ມກິດຈະການໜັງສືພິມລາຍວັນຢຸນນານເປັນເຈົ້າການຈັດ.

ໃນມື້ນັ້ນ, ທ່ານ ດິນດົງ ນັກຂ່າວພາສາອັງກິດຂອງເວັບໄຊ້ປະຕູສູ່ຢຸນນານເດີນທາງໄປເຂດທົດລອງການຄ້າເສລີ (ແຂວງຢຸນນານ) ປະເທດຈີນ ເຂດຄຸນໝິງທີ່ຕັ້ງຢູ່ເຂດກວນຕູ້ ເມືອງຄຸນໝິງ, ສຳຜັດການບໍລິການດ້ວຍຕົນເອງແບບ 24ຊົ່ວໂມງທີ່ສະດວກສະບາຍ ແລະ ວ່ອງໄວໃນສູນກາງບໍລິການສັງລວມ, ແລະ ຊື້ເຄື່ອງຕ່າງປະເທດຫຼາຍຢ່າງໃນຕະຫຼາດຊື້ຂາຍສາກົນປະຕູໃຫຍ່ຄຳ.

ນຳໄປເບິ່ງກັບທ່ານ ດິນດົງ, ໃນນີ້ຍັງມີຫຼາຍຢ່າງທີ່ໜ້າມ່ວນຊື່ນ.