ທາງ​ລົດ​ໄຟ​ຈີນ​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ​ສິບ​​ລ້ານເທື່ອ​ຄົນຕໍ່​ມື້​ເປັນ 7 ວັນ​ລຽນ​ຕິດ

2020-10-09 18:26:14 |ມາຈາກ: CRI

ວັນ​ທີ 7 ຕຸ​ລາ​ນີ້, ກຸ່ມ​ບໍ​ລິ​ສັດ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ຈຳ​ກັດ​ໄດ້ແຈ້ງ​ຂ່າວ​ວ່າ: ມາ​ເຖິງ​ວັນ​ທີ 7 ຕຸ​ລາ​ນີ້, ຄາດ​ຄະ​ເນ​ວ່າ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຜ່ານທາ​ງ​ລົດ​ໄຟ​ໃນທົ່ວ​ປະ​ເທດ​ຈີນ​ 12 ລ້ານ​ເທື່ອ​ຄົນ, ໄດ້​ເພີ່ມ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ເປັນ 1129 ຖ້​ຽວ.

ຕາມ​ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ວັນ​ທີ 30 ກັນ​ຍາ​ແລ້ວ​ນີ້​ຫາ​ວັນ​ທີ 6 ຕຸ​ລາ​ນີ້, ທາງ​ລົດ​ໄຟ​ທົ່ວ​ປະ​ເທດ​ຈີນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສະ​ເລ່ຍ​ຕໍ່​ມື້​ຫຼາຍກວ່າສິບ​ລ້ານ​ເທື່ອ​ຄົນ​ເປັນ 7 ວັນ​ລຽນ​ຕິດ.

ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​​ສາ​ມາດຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ອອກ​ເດີນ​ທາງ​ຂອງ​ຜູ້​ໂດ​ຍ​ສານ​ໂດຍ​ຜ່ານ​ຮູບ​ການ​ຕ່າງໆ, ເຊັ່ນ: ເພີ່ມ​ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ​ແລະ​ອື່ນໆ.