ໃນ​ສັບ​ປະ​ດາພັກ​ວັນ​ຊາດ​ຈີນປີນີ້ ມູນ​ຄ່າ​ການຈຳ​ໜ່າຍດ້ານ​ການ​ຂາຍ​ຍ່ອຍ​ແລະ​ອາ​ຫານ​ທີ່​ສະ​ເລ່ຍ​ຕໍ່​ມື້ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 4,9%

2020-10-09 18:30:31 |ມາຈາກ: CRI

ຂໍ້​ມູນ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 8 ຕຸ​ລານີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ວັນ​ທີ 1 ຫາ​ວັນ​ທີ 8 ຕຸ​ລານີ້, ມູນ​ຄ່າ​ການ​ຈຳ​ໜ່າຍຂອງວິ​ສາ​ຫະ​ກິດສຳ​ຄັນດ້ານ​ການ​ຂາຍ​ຍ່ອຍ​ແລະ​ອາ​ຫານໃນ​ທົ່ວ​ປະ​ເທດ​ມີ​ປະ​ມານ 1.600 ຕື້ຢວນ, ມູນ​ຄ່າ​ການຈຳ​ໜ່າຍ​ທີ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ສັບ​ປະ​ດາ​ພັກ​ວັນ​ຊາດ​ຈີນ​ຂອງ​ປີ​ກາຍ 4,9%.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ໃນ​ໂອ​ກາດ​ທີ່​ວັນ​ຊາດ​ຈີນ​ກັບ​ບຸນ​ໄຫວ້​ພະ​ຈັນ​ມີ​ຂຶ້ນ​ໃນ​ໄລ​ຍະ​ດຽວ​ກັນ, ບົນ​ພື້ນ​ຖານ​ທີ່​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດໄດ້ເປັນ​ຢ່າງ​ດີ, ແຫ່ງ​ຕ່າງໆໃນ​ທົ່ວ​ປະ​ເທດ​ຈີນໄດ້​ຈັດ​ຕັ້ງ​ກິດ​ຈະ​ກຳ​ສົ່ງ​ເສີມການ​ບໍ​ລິ​ໂພກ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ​ຢ່າງ​ຕັ້ງ​ໜ້າ, ຄວາມ​ຕ້ອງ​ການ​ດ້ານ​ການ​ບໍ​ລິ​ໂພກ​ໄດ້​ເພີ່ມ​ຂຶ້ນ, ຕະ​ຫຼາດ​ໄດ້​ເຕີບ​ໂຕ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.