ການທ່ອງທ່ຽວຂອງແຂວງຢຸນນານກຳລັງຟື້ນຕົວຢ່າງໝັ້ນຄົງ

2020-10-10 17:48:01 |ມາຈາກ: Yunnan Gateway

ໃນໄລຍະມື້​ພັກ​ບຸນ​ໄຫວ້​ພະ​ຈັນ ແລະ ວັນ​ຊາດ​ຈີນ (ວັນທີ 1-8 ຕຸລາ), ທຸກພາກສ່ວນຂອງແຂວງຢຸນນານປະຕິບັດຂໍ້ກຳນົດ "ການຈຳກັດປະລິມານ, ນັດໝາຍລ່ວງໜ້າ, ຍອດສູງສຸດ" ຢ່າງເຂັ້ມງວດ, ຜ່ານການປະດິດສ້າງໃຫມ່ຂອງຜະລິດຕະພັນ ແລະ ການບໍລິການ, ລົງເລິກການເຊື່ອມໂຍງວັດທະນະທຳ ແລະ ການທ່ອງທ່ຽວ, ເພີ່ມການສະໜອງຕະຫຼາດການທ່ອງທ່ຽວໃນວັນພັກຜ່ອນ,ນຳໃຊ້ເວທີອັດສະລິຍະເພື່ອສະໜອງການບໍລິການຮອບດ້ານໃຫ້ແກ່ນັກທ່ອງທ່ຽວ. ເສດຖະກິດການທ່ອງທ່ຽວວັນພັກໂດຍທົ່ວໄປສະແດງໃຫ້ເຫັນເຖິງການຟື້ນຕົວຢ່າງໝັ້ນຄົງ ແລະ ສືບຕໍ່ມີທ່າອ່ຽງທີ່ດີ.

ວັນທີ1-8 ຕຸລາ, ແຂວງຢຸນນານໄດ້ຕ້ອນຮັບນັກທ່ອງທ່ຽວ 23.166 ລ້ານເທື່ອຄົນ. ບັນລຸລາຍຮັບຈາກການທ່ອງທ່ຽວທັງໝົດ 19,2 ຕື້ຢວນ (2,857 ຕື້ໂດລາສະຫະລັດ).ໃນຊ່ວງວັນພັກຜ່ອນ, ບໍ່ມີການລະບາດເກີດຂື້ນ, ບໍ່ມີເຫດການໃຫຍ່ທີ່ກ່ຽວຂ້ອງກັບຄວາມປອດໄພໃນການທ່ອງທ່ຽວ ແລະ ການຮ້ອງທຸກທີ່ສຳຄັນເກີດຂື້ນ.