"ກ້າວເຂົ້າສູ່ຢຸນນານ ເບິ່ງສັງຄົມຢູ່ດີກິນດີ "| Vlog:ເບິ່ງນາຂັ້ນໄດຊາມາບາທີ່ມີກວ່າສິບພັນມູ້

2020-10-10 17:51:17 |ມາຈາກ: Yunnan Gateway

ນາຂັ້ນໄດຮານີຫົງເຫີ ແມ່ນປະຊາຊົນບັນດາເຜົ່າຕົ້ນຕໍແມ່ນຊົນເຜົ່າຮານີເປັນຜູ້ບຸກເບີກໂດຍການນຳໃຊ້ສະພາບພູມອາກາດ ແລະ ທີ່ຕັ້ງພູມສາດທີ່ມີເອກະລັກ, ໂດຍອີງໃສ່ການປ່ຽນແປງຂອງພູມສັນຖານ ແລະ ຮູບຮ່າງຂອງພູພາ. ນາຂັ້ນໄດຊາມາບາ (ຊາມາບາແມ່ນພາສາຮານີ, ຊຶ່ງຫມາຍຄວາມວ່າທົ່ງນາທີ່ກວ້າງຂວາງ) ແມ່ນສ່ວນຫນຶ່ງຂອງນາຂັ້ນໄດຮານີຫົງເຫີ. ເມື່ອນາຂັ້ນໄດຊາມາບາ ທີ່ມີເນື້ອທີ່ກວ່າສິບພັນມູ້ (ມູ້: ຫົວໜ່ວຍວັດແທກເນື້ອທີ່ຂອງຈີນ) ຢູ່ເຂດພາກໃຕ້ຂອງເມືອງຫົງເຫີແຂວງຢຸນນານຖືກປົກຄຸມໄປດ້ວຍຝົນທີ່ຕົກຄ່ອຍໆ ແລະ ມີໝອກສີຂາວ. ທ່ານສາມາດໄປຢ້ຽມຢາມຄົນທີ່ອາໄສຢູ່ເທິງນາຂັ້ນໄດ.ໃນເວລາທີ່ໝອກກະຈັດກະຈາຍ, ທ່ານບໍ່ພຽງແຕ່ສາມາດເຫັນທິວທັດທີ່ສວຍງາມຂອງນາຂັ້ນໄດຊາມາບາ, ແຕ່ຍັງຮູ້ສຶກເຖິງຊີວິດທີ່ມີຄວາມສຸກຂອງປະຊາຊົນໃນນາຂັ້ນໄດຊາມາບາ.