ການນຳໃຊ້ເຕັກໂນໂລຢີເພື່ອໃຫ້ແມງໄມ້ສີດຳຈັດການເສດອາຫານ

2020-10-10 17:58:51 |ມາຈາກ: Yunnan Gateway

ໃນເມືອງຫົງເຫີ ແຂວງຢຸນນານ, ມີສະຖານີເພາະພັນແມງວັນລາຍ (black soldier fly), ແມງວັນລາຍແມ່ນແມງໄມ້ປະເພດໜຶ່ງ, ມັນຖືກນໍາໃຊ້ຢ່າງກວ້າງຂວາງໃນການຈັດການມູນສັດລ້ຽງ ແລະ ເສດອາຫານ.

ຕົວອາຄານໂຮງງານໃນສະຖານີມີ 1,400 ຕາແມັດ. ປະຈຸບັນນີ້, ສະຖານີມີແຜນການທີ່ຈະໃຊ້ໂຕອ່ອນຂອງແມງວັນລາຍ 24 ຊົ່ວໂມງຕໍ່ມື້ໃນການຍ່ອຍສະຫຼາຍ ຂີ້ເຫຍື້ອເສດອາຫານ 10 ໂຕນໃນທຸກໆມື້. ພາຍຫຼັງທີ່ອຸປະກອນຈັດການເສດອາຫານ ໄດ້ຖືກຂົນສົ່ງ, ພວກເຂົາຈະແບ່ງພື້ນທີ່ໂຮງງານອອກ ຕາມຄວາມສາມາດການນຳໃຊ້, ເພື່ອສ້າງເປັນສາຍຜະລິດການຈັດການເສດອາຫານໂດຍນຳໃຊ້ ແມງວັນລາຍ.

ຖ້າເສດອາຫານຖືກນຳໃຊ້ເອົາໄປເກືອໝູ, ມັນມີແນວໂນ້ມທີ່ຈະແຜ່ລະບາດພະຍາດ,ແລະ ເຮັດໃຫ້ເກີດຮ່າໝູ. ວິທີການກຳຈັດເສດອາຫານ, ເຊັ່ນ: ການຈູດ ແລະການຝັງ, ບໍ່ພຽງແຕ່ເຮັດໃຫ້ເກີດມົນລະພິດທາງອາກາດ, ຍຶດຄອງການນຳໃຊ້ດິນ, ແຕ່ຍັງສ້າງມົນລະພິດໃນດິນ ແລະ ນ້ຳໃຕ້ດິນ. ເພາະສະນັ້ນ, ການລ້ຽງ ແມງວັນລາຍ ແລະ ໃຊ້ພວກມັນເພື່ອຈັດການມູນ ສັດລ້ຽງ,ເສດອາຫານ ແມ່ນວິທີທີ່ເປັນການຮັກສາ ສິ່ງແວດລ້ອມ.

ອິງຕາມຂໍ້ມູນຂ່າວສານ, ຂີ້ໄກ່ 1 ໂຕນສາມາດລ້ຽງ ແມງວັນລາຍໄດ້ 100 ກິໂລ,ແລະຜະລິດຝຸ່ນອົງຄະທາດໄດ້ 200 ກິໂລ. ຝຸ່ນອົງຄະທາດທີ່ຜະລິດໂດຍ ແມງວັນລາຍມີກິ່ນທີ່ບໍ່ແຮງ, ແລະ ເໝາະສົມຫລາຍສຳລັບການໃຊ້ເຮັດສວນ ແລະ ປູກດອກໄມ້. ໂຕຂອງ ແມງວັນລາຍເອງມີທາດໂປຼຕີນສູງ ແລະ ເໝາະສົມໃນການເອົາມາເກືອລ້ຽງໄກ່ ແລະ ເປັດ.