ອົງການອະນາໄມໂລກກ່າວວ່າ: ມີ 171 ປະເທດ ແລະອົງກອນເສດຖະກິດໄດ້ເຂົ້າຮ່ວມ“ແຜນປະຕິບັດງານກ່ຽວກັບຢາວັກຊີນໂຄວິດ-19”

2020-10-10 18:07:49 |ມາຈາກ: CRI

ວັນ​ທີ 9 ຕຸ​ລາ​ນີ້, ທ່ານ​ເຕ​ໂດ​ຣ​ສ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ, ໃນ​ອາ​ທິດ​ນີ້, ຈີນ, ສ. ເກົາຫຼີ ແລະ​ປະ​ເທດ​ຕ່າງໆ ໄດ້​ເຂົ້າ​ຮ່ວມ“​ແຜ​ນ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ຢາ​ວັກ​ຊີນ​ໂຄວິດ-19”. ປະ​ຈຸ​ບັນ, ຢູ່​ໃນ​​ໂລກ ​ມີ 171 ປະ​ເທດ ແລະອົງ​​ກອນ​ເສດ​ຖະ​ກິດ​ໄດ້​ເຂົ້າ​ຮ່ວມ​ແຜນປະ​ຕິ​ບັດ​ງານ​ດັ່ງ​ກ່າວ​ແລ້ວ. ພາຍຫຼັງ​ໄດ້​ຮັບ​ຢາ​ວັກ​ຊີນ​ໂຄວິ​ດ-19 ແລ້ວ, ປະ​ເທດ ແລະ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ກ່ຽວ​ຂ້ອງ​ຈະ​​ນຳໃຊ້​ຢາ​ວັກ​ຊີນ​ຢ່າງ​ສະ​ເໝີ​ພາບ​ໂດຍ​ຜ່ານ​ແຜນປະ​ຕິ​ບັດ​ງານ​ດັ່ງ​ກ່າວ. ເປົ້າ​ໝາຍ​ຂອງ​ແຜນ​ປະ​ຕິ​ບັດ​ງານນີ້​ແມ່ນ​ເພື່ອ​ຮັບ​ປະ​ກັນ​ການຜະ​ລິດ ແລະ​ແບ່ງ​ປັນ​ຢາ​ວັກ​ຊີນ​ໂຄວິດ-19 ​ບັນ​ລຸຈຳ​ນວນ 2 ຕື້​ຊຸດ​ກ່ອນ​ທ້າຍ​ປີ 2021.