ໂຄງ​ການ​ຮ່ວມ​ມື​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈາກ​ຄວາມ​ປາດ​ຖະ​ໜາ​ກາຍ​ເປັນ​ຄວາມຈິງ, ຈາກ​ຂໍ້​ລິ​ເລີ່ມ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ທົ່ວ​ໂລກ

2020-10-12 17:11:41 |ມາຈາກ: CRI

ໃນ​ໄລ​ຍະ​ປະ​ຕິ​ບັດ “ແຜນ​ການ 5 ປີ​ຄັ້ງ​ທີ 13”, ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈາກ​ການ​ວາງ​ແຜນ​ລວມ​ກ້າວ​ສູ່​ໄລ​ຍະ​ປະ​ຕິ​ບັດ​ຕົວ​ຈິງ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ເຊັນ​ເອກ​ກະ​ສານການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຫຼາຍກວ່າ 200 ສະ​ບັບກັບ 138 ປະ​ເທດ​ແລະ 30 ກວ່າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໄດ້​ດຳ​ເນີນ​ໂຄງ​ການ​ຮ່ວມ​ມື​ຫຼາຍກວ່າ 2000 ໂຄງ​ການ, ການ​ຮ່ວມ​ມື​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຫຼວງ​ຫຼາຍ​ຕາມ​ແຜນ​ການ​ທີ່​ໄດ້​ວາງ​ໄວ້.

ໂດຍ​ຜ່ານການ​ຮ່ວມ​ກັນ​​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ປະ​ເທດມານ​ດິ​ຟ​ໄດ້​ສ້າງ​ຂົວ​ຂ້າມ​ທະ​ເລ​ແຫ່ງ​ທຳ​ອິດ, ມົງ​ເຕ​ເນ​ໂກຼ​ໄດ້​ສ້າງ​ທາງ​ດ່ວນ​ເສັ້ນ​ທຳ​ອິດ, ຄວາມ​ຝັນ​ຂອງ​ລາວ​ທີ່​ຈາກປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ຫັນ​ເປັນ​ປະ​ເທດ​ທີ່​ເຊື່ອມ​ໂຍງ​ເຊື່ອມ​ຈອດ​​ຂອງ​ພາກ​ພື້ນ​ຈະໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ…… ໂຄງ​ການ​ຮ່ວມ​ມື​ຕ່າງໆ, ເຮັດ​ໃຫ້ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈາກ​ຄວາມ​ປາດ​ຖະ​ໜາ​​ກາຍ​ເປັນ​ຄວາມ​ຈິງ, ຈາກ​ຂໍ້​ລິ​ເລີ່ມ​​​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ທົ່ວ​ໂລກ.

ໃນ 8 ເດືອນ​ຕົ້ນ​ປີ​ນີ້, ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ໂດຍ​ກົງ​​ທີ່​ບໍ່​ແມ່ນ​ດ້ານ​ການ​ທະ​ນາ​ຄານ​ຢູ່​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ມີ​ເຖິງ 11.8 ຕື້​ໂດ​ລາ​ສະ​ຫະ​ລັດ, ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 31,5%, ໃນ​ໄລ​ຍະ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອຸ​​ມົງ​ເມືອງ​ມອມແລະ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ​​ຈຳ​ນວນ​ໜຶ່ງຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ສ້າງ​ສຳ​ເລັດ​ແລ້ວ​, ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ຟື້ນ​ຟູ​ການ​ຜ​ະ​ລິດ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ. “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້ກາຍ​ເປັນ​ເສັ້ນ​ທາງ​ຮັບ​ປະ​ກັນ​ສຸ​ຂະ​ພ​າບ​ແຂງ​ແຮງ, ເສັ້ນ​ທາງ​ຮ່ວມ​ມື​ແລະ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ຖືກ​ກັບ​​ສະ​ພາບ​ຕົວ​ຈິງ, ໄດ້​ເພີ່ມ​ພະ​ລັງ​ງານ​ແລະ​ສະ​ໜອງ​ທາງ​ເລືອກ​ສຳ​ຄັນ​ໃຫ້​ແກ່​ການ​ຟື້ນ​​ຟູ​ຄືນ​ໃໝ່​ຂອງ​ໂລກ.

ໂດຍ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ໃນ​ຂອບ​ທົ່ວ​ໂລກ, ຈີນ​ພວມ​​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງໆ, ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້ເປັນ​ເສັ້ນ​ທາງ​​ແຫ່ງ​ການຮ່ວມ​ມື​​ແລະ​ສາ​ມັກ​ຄີ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ເສັ້ນ​ທາງ​​ຮັບ​ປະ​ກັນ​ໃຫ້ສຸ​ຂະ​ພາບ​ແຂງ​ແຮງ​​ແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ, ເສັ້ນ​ທາ​ງ​​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ຟື້ນ​ຟູ​ຄືນ​ໃໝ່​ແລະ​ເສັ້ນ​ທາງ​ສົ່ງ​ເສີມ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ໂລກ.