ທ່ານ​ສີ​ຈິ້ນ​ຜິງ​ແລະ​ປະ​ທາ​ນາ​ທິ​ບໍ​ດີເຊ​ເນ​ການ ​ສົ່ງ​ສານອວຍ​ພອນ​ວັນ​ສ້າງ​ຕັ້ງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​-​ອາ​​ຟ​ຣິ​ກາ ​ຄົບ​ຮອບ 20 ປີ

2020-10-12 17:12:44 |ມາຈາກ: CRI

ວັນ​ທີ 12 ຕຸ​ລາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ​ທ່ານ​​ແມກກີ ຊອນ ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເນ​ການ ​ເຊິ່ງ​ເປັນປະ​ເທດ​ປະ​ທານ​ໝູນວ​ຽນ​ຝ່າຍ​ອາ​​ຟ​ຣິ​ກາ​ຂອງ​ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​-​ອາ​​ຟ​ຣິ​ກາ ​ໄດ້​ສົ່ງ​ສານອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​​ຈີນ​-​ອາ​​ຟ​ຣິ​ກາ ​ຄົບ​ຮອບ 20 ປີ.

ໃນສານອວຍ​ພອນ, ທ່ານ​ສີ​ຈີ້ນ​ຜິງ ແລະ​ທ່ານ​​ແມກກີ ຊອນ ໄດ້ກ່າວວ່າ, ເນື່ອງ​ໃນ​ໂອ​ກາດວັນ​ສ້າງ​ຕັ້ງ​ເວ​ທີ​ປຶ​ກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​-​ອາ​​ຟ​ຣິ​ກາ ​ຄົບ​ຮອບ 20 ປີ, ໃນ​ຖາ​ນະ​ເປັນ​ປະ​ທານ​ຮ່ວມ​ຂອງ​ຝ່າຍ​ຈີນ​ແລະ​ຝ່າຍ​ອາ​​ຟ​ຣິ​ກາ, ຈີນ​ແລະ​ເຊ​ເນ​ການ ຍິນ​ດີ​​ສະ​ເຫຼີມ​ສະ​ຫຼອງ​ເຫດ​ການ​ທີ່​ມີ​ຄວາມ​ສຳ​ຄັນ​ແລະ​ມີ​ຄວາມ​ໝາຍ​ພິ​ເສດ​ນີ້ ​ແລະ​ສົ່ງ​ເສີມ​ການ​ຮ່ວມ​ມື ​ກັບ​ປະ​ເທດ​ອາ​​ຟຣິ​ກາ​ອື່ນໆ ເພື່ອ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.