ທ່ານ​ນາງ​ເຜີງ​ລີ້ຢວນກ່າວ​ຄຳ​ຊົມ​ເຊີຍ​ຕໍ່​ລາງວັນ​ການ​ສຶກ​ສາ​ສຳ​ລັບ​ເດັກ​ຍິງ​ແລະ​ແມ່​ຍິງ​ຂອງ UNESCO ​ຄັ້ງ​ທີ 5

2020-10-14 15:14:53 |ມາຈາກ: CRI

ວັນ​ທີ 12 ຕຸ​ລາ​ນີ້, ທ່ານ​ນາງ​ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປ​ະ​ເທດ​ຈີນ, ທູດ​ພິ​ເສດ​ເພື່ອ​ສົ່ງ​ເສີມ​ການ​ສຶກ​ສາ​ສຳ​ລັບເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ(UNESCO​)ໄດ້​ກ່າວ​ຄຳ​ຊົມ​ເຊີຍ​ຕໍ່​ລາງວັນ​ການ​ສຶກ​ສາ​​ສຳ​ລັບເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ​ຄັ້ງ​ທີ 5 ຜ່ານ​ທາງວິ​ດີ​ໂອ.

ທ່ານ​ນາງ​ເຜີງ​ລີ້ຢວນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ຕໍ່​ຜູ້​ທີ່​ໄດ້​ຮັບ​ລາງ​ວັນ​ທີ່​ມາ​ຈາກ​ສີ​ລັງ​ກາ​ແລະ​ເຄັນ​ຢາ. ທ່ານ​ນາງ​ເຜີງ​ລີ້ຢວນ​ກ່າວ​ວ່າ: ປີ 2015, ຈີນ​ໄດ້​ຮ່ວມ​ມື​ກັບ​ອົງ​ການ​ອຸຍ​ເນັ​ສ​ໂກ​ສ້າງ​ຕັ້ງ​ລາງວັນ​ການ​ສຶກ​ສາ​ສຳ​ລັບ​ເດັກ​ຍິງ​ແລະ​ແມ່​ຍິງ. ຜູ້​ໄດ້​ຮັບ​ລາ​ງວັນ​ທັງຫຼາຍ​ໄດ້​ໃຊ້​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ເພື່ອ​ຊ່ວຍ​ເຫຼືອ​ເດັກ​ຍິງ​ແລະ​ແມ່​ຍິງ​ໃຫ້​ໄດ້​ຮັບ​ຄວາມ​ຮູ້​ແລະ​ທັກ​ສະ​ຕ່າງໆ, ​ເປີດ​ໂອ​ກາດ​ໃຫ້ເຂົາ​ເຈົ້າ​ມີ​ຄວາມ​ໃຝ່​ຝັນ​ຕໍ່ຊີ​ວິດ, ແລະ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ໃນ​ດ້ານ​ການ​ສຶກ​ສາ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ທາງ​ສັງ​ຄົມ. ຢູ່​ຈີນກໍ​ມີ​ຜູ້​ຄົນ​ນັບ​ເປັນ​ພັນ​ເປັນ​ໝື່ນ​ໄດ້​ເຮັດ​ວຽກ​ຢ່າງ​ງຽບໆ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ການ​ສຶກ​ສາ​​ສຳ​ລັບເດັກ​ຍິງ​ແລະ​ແມ່​ຍິງ​ເຊັ່ນ​ກັນ. ມີ​ຄູ​ຍິງ​ຜູ້​ໜຶ່ງ​ຊື່​ວ່າ ຈ່າງ​ກຸ້ຍ​ເ​ມີຍ, ນາງ​ໄດ້​ຕັ້ງຫຼັກ​ປັກ​ຖານ​ຢູ່​ເຂດ​ພູ​ດອຍ​ທີ່ທຸກ​ຍາກ​ຂອງ​ແຂວງ​ຢູນ​ນານ​ເປັນ​ເວ​ລາ 40 ກວ່າ​ປີ, ເຊິ່ງ​ໄດ້​ຊຸກ​ຍູ້​​ໃຫ້​ມີການ​ສ້າງ​ຕັ້ງ​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ​ເພດ​ຍິງ​ທີ່​ບໍ່​ເກັບ​ຄ່າ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ໃນ​ປີ 2008, ຕັ້ງ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ໂຮງ​ຮຽນ​ແຫ່ງ​ນີ້​ໄດ້​ຊ່ວຍ​ເດັກ​ຍິງ 1600 ກວ່າ​ຄົນ​ບັນ​ລຸ​ຄວາມ​ໄຝ່​ຝັນ​ເສັງ​ເຂົ້າ​ມະ​ຫາ​ວິ​ທ​ະ​ຍາ​ໄລ. ເດັກ​ຍິງ​ທັງຫຼາຍ​ພາ​ກັນ​ເອີ້ນ​ຄູ​ຈ່າງ​ດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມ​ວ່າ “ແມ່​ຈ່າງ”. ນາງ​ຈ່າງ​ກຸ້ຍ​ເມີນ​ກໍ​ປຽ​ບ​ເໝືອນ​ແສງ​ສະ​ຫວ່າງ​ແຫ່ງ​ຄວາມ​ຫວັງ​ທີ່​ໄດ້​ເຍືອງ​ທາງ​ໃຫ້​ເດັກ​ນ້ອຍ​ທັງຫຼາຍ​ບົນ​ເສັ້ນ​ທາງ​ສະ​ແຫວງ​ຫາ​ຄວາມ​ໃຝ່​ຝັນ​ຂອງ​ຕົນ.

ທ່ານ​ນາງ​ເຜີງ​ລີ້ຢວນ​ກ່າວ​ຕື່ມ​ວ່າ: ປີ​ນີ້​ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທົ່ວ​ໂລກ​ມີ​ນັກ​ຮຽນ​ນັກ​ສຶກ​ສາ 1,5 ຕື້​ຄົນ​ຈຳ​ຕ້ອງ​ໂຈະ​ການ​ຮຽນ ​ໂດຍ​ສະ​ເພາະ​ແມ່ນເດັກ​ຍິງ​. ພວກ​ເຮົາ​ຍິ່ງ​ຄວນ​ຊອກ​ຫາ​ທຸກວິ​ທີ​ທາງ​ເພື່ອ​ຊ່ວຍ​ເດັກ​ຍິງ​ໃຫ້​ສາ​ມາດ​ຟື້ນ​ຟູ​ການ​ຮຽນ ເພື່ອ​ບໍ່​ໃຫ້​ເດັກ​ຍິງ​ຕົກ​ຍຸກ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​.

ທ່ານ​ນາງ​ເຜີງ​ລີ້​ຢວນກ່າວ​ວ່າ: ​ໃນຈຳນວນ​ຜູ້​ໃຫຍ່​​ທີ່​ກືກ​ໜັງສື​ທົ່ວ​ໂລກ​ນັ້ນ, 63% ​ແມ່ນ​ຜູ້ຍິງ. ​ຖ້າແມ່ຍິງ​ບໍ່​ສາມາດ​ໄດ້​ຮັບ​ການ​ສຶກສາ​ທີ່​ດີ, ສັງຄົມມວນ​ມະນຸດກໍ​ຈະ​ບໍ່​ມີ​ຄວາມ​ກ້າວໜ້າ ​ແລະ​ພັດທະນາ​ໄດ້. ການ​ສຶກສາ​ຂອງ​ເດັກຍິງ ​ແລະ​ແມ່ຍິງ​ຕ້ອງ​ຈັດ​ຕັ້ງປະຕິບັດ​ໃນຍຸກ​ປະຈຸ​ບັນ ​ແລະ​ຈະ​ໃຫ້​ຜົນ​ໃນ​ໄລຍະ​ຍາວ. ຂ້າພະ​ເຈົ້າ​ຈຶ່ງ​ຂໍຮຽກຮ້ອງ​ໃຫ້​ບັນດາປະ​ເທດ ​ແລະບຸກຄົນ​ຈາກ​ວົງ​ການ​ຕ່າງໆ​ໃຫ້ການສະໜັບສະໜູນ ​ແລະ​​ເຂົ້າ​ຮ່ວມ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ນີ້ຫຼາຍ​ກວ່າ​ເກົ່າ. ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ​ວັດທະນະທຳ​ຂອງສປຊ ຫຼື UNESCO ສ້າງ​ລາງ​ວັນ​ການ​ສຶກສາສຳລັບ​ເດັກ​​ຍິງ ​ແລະ​ແມ່ຍິງ​ໄລຍະ 2 ​ເຊິ່ງຈະ​ເລີ່​ມ​​ແຕ່​ປີ 2021 ຫາ 2025 ​ໃຫ້​ດີ, ຊຸກຍູ້​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມືດ້ານ​ການ​ສຶກສາ​ສາກົນ, ປະກອບສ່ວນຫຼາຍ​ກວ່າ​ເກົ່າ​ຊຸກຍູ້​ວຽກງານການ​ສຶກສາ​ສຳລັບ​ເດັກ​ຍິງ​ ​ແລະ​ແມ່ຍິງ ກໍ​ຄື​​ເພື່ອບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງການ​ສປຊ. ພວກ​ເຮົາ​ຈົ່ງ ​ພະຍາຍາມ​ຮ່ວມ​ກັນ, ຊ່ວຍ​ເຫຼືອ​ເດັກ​ຍິງ ​ແລະ​ແມ່ຍິງ​​ໃຫ້ມີ​ການ​ສຶກສາ​ທີ່​ດີ​ຢ່າງສະ​ເໝີ​ພາບ ​ແລະ​ໃຫ້​​ແມ່ຍິງ​ມີ​ອະນາຄົດ​ທີ່​ດີງາມ.

ທ່ານນາງອາ​ດຣ ອາ​ຊູ​ເລ ຜູ້ອຳນວຍການ​ໃຫຍ່​ UNESCO ​ໄດ້​ຕີ​ລາຄາ​ສູງ​ ​ແລະ​ສະ​ແດງ​ຄວາມຂອບ​ໃຈ​ຕໍ່ລັດຖະບານ​ຈີນທີ່​ໄດ້​ໃຫ້ການ​ສະໜັບສະ​ໜູນ​ລາງ​ວັນການ​ສຶກສາ​ສຳລັບເດັກ​ຍິງ ​ແລະ​ແມ່ຍິງ ​ເຊິ່ງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ-ຊາຍ​​ໃນດ້ານ​ການ​ສຶກສາ, UNESCO ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ບັນດາ​ຝ່າຍ, ຊຸກຍູ້​ໃຫ້​ເດັກ​ຍິງ ​ແລະ​ແມ່​ຍິງ​ໃນ​ທົ່​ວ​ໂລກ​ມີ​ໂອກາດ​ການ​ສຶກສາ​ຢ່າງ​ສະ​ເໝີ​ພາບ ​ແລະ​ມີ​ອະນາຄົດ​ທີ່​ສົດ​ໃສ.

ລາງ​ວັນ​ການ​ສຶກສາ​ສຳລັບ​ເດັກຍິງ ​ແລະ​ແມ່ຍິງ​ຂອງ UNESCO ​ແມ່ນ​ເພື່ອ​ຍ້ອງຍໍ​ອົງການ ​ແລະ​ບຸກຄົນ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການຊຸກຍູ້​ວຽກ​ງານ​ການ​ສຶກສາ​ສຳລັບ​ເດັກຍິງ ​ແລະ​ແມ່ຍິງ, ສະ​ແດງ​​ໃຫ້​ເຫັນ​ເຖິງບົດ​ບາດ​ສຳຄັນ​ຂອງ​ການ​ສຶກສາ​ທີ່​ມີ​ຕໍ່​ການ​ປ່ຽນ​ແປງ​ຊາຕາກຳ​ຂອງ​ເດັກ​ຍິງ ​ແລະ​ແມ່ຍິງ ​​ເພື່ອ​ກະຕຸກຊຸກຍູ້ໃຫ້​ມີ​ຄົນຫຼາຍ​ກວ່າ​ເກົ່າ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ-ຊາຍ​ໃນ​ດ້ານ​ການ​ສຶກສາ.