ທ່ານ​ສີ​ຈິ້ນ​ຜິງ​ຖືປະ​ຊາ​ຊົນ​ເປັນ​ພະ​ເອກ​ສະ​ເໝີ​ໃນ​ແຜນ​ແມ່​ບົດ​​ສ້າງ​​ປະ​ເທດ​ຈີນ​ດີ​ຈີ​ຕອນ

2020-10-14 15:15:47 |ມາຈາກ: CRI

ແຕ່​ວັນ​ທີ 12 ຫາ​ວັນ​ທີ 14 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ການ​ສ້າງ​ສາ​ປະ​ເທດ​ຈີນ​​ດີ​ຈີ​ຕອນ​ຄັ້ງ​ທີ 3ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຟູ​ໂຈ່ວ​ແຂວງ​ຟູ​ຈ້ຽນ. ປີ 2000, ໃນ​ໄລ​ຍະ​ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່​ແຂ​ວງ​ຟູ​ຈ້ຽນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ວາງ​ຍຸດ​ທະ​ສາດ​ສ້າງ “ຟູ​ຈ້ຽນ​ ​ດີ​ຈີ​ຕອນ”. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ເພີ່ມ​ທະ​ວີ​ການ​ອອກ​ແບບ​ລະ​ດັບ​ສູງ​ສຸດ ແລະ ວາງ​ແຜນ​​ໂດຍລວມ, ເຊິ່ງ​ໄດ້​​ວາງ​ທິດ​ທາງ​ການ​ພັດ​ທະ​ນາ​​ກ່ຽວ​ກັບ​ການ​ສ້າງ “ປະ​ເທດ​ຈີນ​​ດີ​ຈີ​ຕອນ”.

ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເນັ້ນ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 2ວ່າ: “ຈີນ​ພວມ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ ອິນ​ເຕີ​ເນັດ +, ຊຸກ​ຍູ້​ການ​ສ້າງ ປະ​ເທດ​ຈີນ​ແບບ​ດີ​ຈີ​ຕອນ.” ປີ 2017 ການ​ສ້າງ​ປະ​ເທດ​ຈີນ​ດີ​ຈີ​ຕອນ ໄດ້ຖືກ​ກຳ​ນົດເຂົ້າ​ໃນ​ບົດ​ລາຍ​ງານ​ການ​ເມືອງ​ຂອງກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19.

ປະ​ຈຸ​ບັນ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​​ໃຫຍ່​ໄດ້​ນຳ​ໃຊ້​​ທົ່ວ​ໄປ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ, ເຊັ່ນ: ຢູ່​ຮ້ານ​ຄ້າ ​ພຽງ​ແຕ່ສະ​ແກນ​ໃບ​ໜ້າ​​ກໍຈະ​ສາ​ມາດ​ຈ່າຍ​ເງິນ​ໄດ້; ຢູ່​ໃນ​ເຮືອນ ​ພຽງ​ແຕ່ໃຊ້​ໂທ​ລະ​ສັບ​ມື​ຖື ແລະ ຄອມ​ພິວ​ເຕີ​ ​ໜ່ວຍ​ດຽວ​ກໍ​ສາ​ມາດ​ເຮັດ​ວຽກ​ໄດ້​ແລ້ວ; ເມື່ອ​ໄປ​ວຽກ​ນອກ, ​ກໍ​ສາ​ມາດ​ສົ່ງ​ຂໍ້​ມູນ​ໄດ້​ກັບ​ທີ່​ໂດຍ​ບໍ່​ຕ້ອງ​ເດີນ​ທາງ​ໄປ​ກໍ​ໄດ້, ເຊິ່ງ​ໄດ້​ປະ​ຢັດ​ເວ​ລາ​ຢ່າງຫຼວງຫຼາຍ.

ປີ 2020, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ. ໃນ​ເວ​ລາ​ໄປ​ສຳຫຼວດຄົ້ນ​ຄວ້າວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຕ້ອງ​ນຳ​ໃຊ້​ເຄື່ອງ​ມື​ດ້ານ​ຂໍ້​ມູນ​ໃຫຍ່ ແລະ ອື່ນໆ, ເພີ່ມ​ທະ​ວີ​ການ​ສືບ​ຫາ​ແຫຼ່ງ​ກຳ​ເນີດ ແລະ ຕິດ​ຕາມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.” ພາຍ​ໃຕ້​ທິດ​ຊີ້​ນຳ​ດັ່ງ​ກ່າວ, ຈີນ​ໄດ້​ນຳ​ໃຊ້​ຂໍ້​ມູນ​ໃຫຍ່​ເພື່ອ​ຕິດ​ຕາມ​ສະ​ພາບ​ການ​ຂອງ​ຄົນ​ເຈັບ ແລະ ຜູ້​ເຄີຍ​ຢູ່​ໃກ້​ຊິດ​ກັບ​ຄົນ​ເຈັບ, ຈັດ​ສັນ​ຊັບ​ພະ​ຍາ​ກອນ​ການ​ແພດ​ຢ່າງ​ເໝາ​ະ​ສົມ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ປ້ອງ​ກັນ​ພະ​ຍາດ​ຕາມຫຼັກ​ວິ​ທະ​ຍາ​ສາດ.

“ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ໃຫຍ່​ເພື່ອ​ຊຸກ​ຍູ້​ການ​ຮັບ​ປະ​ກັນ ແລະ ປັບ​ປຸງ​ຊີ​ວິດ​ການ​ເ​ປັນ​ຢູ່​ຂອງ​ປະ​ຊ​າ​ຊົນ”. ໃນ​ການ​ວາງ​ແຜນ​ຍຸດ​ທະ​ສາດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ປະ​ຊາ​ຊົນເປັນ​ພະ​ເອກ​ຢູ່​ສະ​ເໝີ. ການ​ເຮັດ​ໃຫ້​ປະ​ຊາ​ຊົນ​​ໄດ້ສຳ​ຜັດ​ກັບ​ຄວາມ​ສະ​ດວກ​ຈາກ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານຢ່າງ​ທົ່ວ​​ເຖິງ, ປະ​ສົມ​ປະ​ສານ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ກັບ ການ​ຍົ​ກ​ລະ​ດັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ, ແມ່ນ​ເປົ້າ​ໝາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ສ້າງ “ປະ​ເທດ​ຈີນ​ຕີ​ຈີ​ຕອນ”.