ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​​ຂອ​ງສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້ໃນ 3 ໄຕ​ມາດ​ປີ​ນີ້​ຂອງ​ຈີນ​ບັນ​ລຸ 23120 ຕື້ຢວນ, ບັນ​ລຸ​ການ​ເພີ່ມ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

2020-10-14 17:58:39 |ມາຈາກ: CRI

ວັນ​ທີ 13 ຕຸ​ລາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທ່ານ​ຫຼີ​ຄຸຍ​ເວີນ, ຫົວ​ໜ້າ​ກົມ​ວິ​ເຄາະ​ສະ​ຖິ​ຕິ​ຂອງສຳ​ນັກ​ງານ​ໃຫຍ່​​ອົງ​ການພາ​ສີຈີນ​ໄດ້​ແຈ້ງ​ໃຫ້​ຮູ້ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​​ຂອ​ງສິນ​ຄ້າ​ທີ່​ຈັບ​ຕ້ອງ​ໄດ້ໃນ 3 ໄຕ​ມາດ​ປີ​ນີ້​ຂອງ​ຈີນ​ບັນ​ລຸ 23120 ຕື້ຢວນ, ຖື​ວ່າດບັນ​ລຸ​ການ​ເຕີບ​ໂຕ​ເປັນ​ຄັ້ງ​ທຳ​ອິດພາຍ​ໃນ​ປີ​ນີ້.

ເມື່ອ​ສັງ​ເກດ​ເບີ່ງ​ຈາກ​ຈັງ​ຫວະການ​ເຕີບ​ໂຕ​ແລ້ວ​ເຫັນ​ວ່າ: ຈັງ​ຫວະ​ການເຕີບ​ໂຕ​ຂອງ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​​ໃນ​ແຕ່​ລະ​ໄຕ​ມາດ​ຂອງ​ປີ​ນີ້ ​ແມ່ນ: -6,5% -0,2% ແລະ 7,5% ຕາມ​ລຳ​ດັບ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່ວງ​ທ່າ​ການ​ພັດ​ທະ​ນາ​ ຄື: ໃນ​ໄຕ​ມາດ​ທີ 1 ໄດ້ຕົກຕ່ຳ​ລົງ​ຢ່າງ​ຫຼວງ​ຫຼາຍ​ເປັນ​ຕົວ​ເລກ​ລົບ, ໃນ​ໄຕ​ມາດ​ທີ 2 ​ເຊິ່ງ​ຖື​ວ່າ​ໄດ້​ຢຸດ​ການ​ຕົກ​ຕ່ຳ​ລົງ ແລະ​ຄ່ອຍ​ມີ​ການ​ເຕີບ​ໂຕ, ​ໃນ​ໄຕ​ມາດ​ທີ 3 ​ແລະ​ສາ​ມາດ​ຟື້ນ​ຄືນ​ໃໝ່​ໄດ້​ຢ່າງ​ຮອບ​ດ້ານ.